ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-03 20:11:58    
ທ່ານ​ຫູ​ຈິນທາວ​ເລີ່ມ​ຢ້ຽມ​ຢາມ​ກາ​ຊັກ​ສະ​ຕັງ​ທາງ​ລັດ​ຖະ​ກິດ

cri Author: li
ຕາມ​ຂ່າວ CRI: ​ໂດ​ຍຕອບ​ສະໜອງ​ຄຳ​ເຊີນ​ຂອງ​ທ່ານນາ​ຈາ​ບາ​ເຢັຟ ປະທານາ​ທິບໍດີ​ກາ​ຊັກ​ສະ​ຕັງ,ຕອນ​ຄ່ຳ​ວັນ​ທີ 3 ກໍລະກົດ ​ເວລາ​ທ້ອງ​ຖິ່ນ ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ໄປ​ຮອດ​ອັສທາ​ນາ ນະຄອນ​ຫຼວງ​ກາ​ຊັກ​ສະ​ຕັງ,​ເລີ່ມ​ຢ້ຽມຢາມ​ກາ​ຊັກ​ສະ​ຕັງ​ທາງ​ລັດຖະກິດ,​ແລະ​ຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ປະມຸກ​ລັດ​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ້ທີ່​ໄຂ​ຂຶ້ນຢູ່​ອັສທາ​ນາ.

ຫຼັງຈາກ​ເດີນທາງ​ໄປ​ຮອດ​ເດີ່ນຍົນ​ແລ້ວ,ທ່ານ​ໄດ້​ກ່າວ​ຄຳ​ປາ​ໄສ​ທາງ​ລາຍ​ລັກ​ອັກສອນ​ວ່າ,ຄວາມ​ຈິງ​ພິສູດ​ໃຫ້​ເຫັນ​ວ່າ,ການ​ເພີ່ມ​ທະວີ​​ໄມ​ຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ແລະ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະຫວ່າງ​ຈີນ​ກັບ​ກາ​ຊັກ​ສະ​ຕັງ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ກົກ​ຮາກ​ຂອງ​ປະຊາຊົນ​ສອງ​ປະ​ເທດ. ທ່ານ​ກ່າວ​ວ່າ,ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ຂອງ​ທ່ານ​ເທື່ອ​ນີ້​ກໍ​​ແມ່ນ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ເຮັດ​ໃຫ້ການ​ຮ່ວມ​ມື​ລົງ​ສູ່​ລວງ​ເລິກ.

​ໃນ​ໄລຍະ​ເຂົ້າຮ່ວມ​ກອງ​ປະຊຸມ​ປະ​ມັກ​ລັດ​ອົງການ​ຮ່ວມ​ມື​ຊຽງ​ໄຮ້,ທ່ານ​ຫູ​ຈິນທາວ​ຈະ​ປຶກສາ​ຫາລື​ກັບ​ປະມຸກ​ລັດ​ຂອງ​ປະ​ເທດ​ພາຄີ​ອື່ນໆ​ຂອງ​ອົງການ​ດັ່ງກ່າວ​ກ່ຽວ​ກັບ​ສະຖາ​ນະ​ການ​ຂອງ​ພາກ​ພື້ນ​ອາຊີ​ກາງ​ໃນ​ສະ​ເພາະ​ໜ້າ,​ແລະ​ກ່າວ​ຄຳ​ປາ​ໄສ,ສະ​ເໜີ​ເຈດ​ຈຳນົງ​ພື້ນຖານ​ແລະ​ຂໍ້​ສະ​ເໜີ​ລະອຽດ​ຂອງຈີນ​ກ່ຽວ​ກັບ​ການ​ເຮັດ​ໃຫ້ການ​ຮ່ວມ​ມືຂອງ​ພາກ​ພື້ນ​ອາຊີ​ກາງ​​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ,​ເສດຖະກິດ​ແລະ​ວັດທະນະທຳ​ເປັນຕົ້ນ​ໃຫ້​ລົງ​ສູ່​ລວງ​ເລິກ.