ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-04 21:21:00    
ປະ​ມຸກ​ລັດ​ກາ​ຊັກ​ສະ​ຕານ​ຈີນ​ຈັດ​ການ​ເຈ​ລະ​ຈາ

cri Author: da


ຕາມ​ຂ່າວcri: ຕອນ​ເຊົ້າວັນ​ທີ 4 ກໍລະກົດ,ທ່ານ​ນາ​ຈາ​ບາ​ເຢັຟ ປະທານາທິບໍດີ​ກາ​ຊັກ​ສະ​ຕານ​ໄດ້​ເຈລະຈາ​ກັບ​ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ທີ່​ພວມ​ຢ້ຽມຢາມ​ທາງ​ລັດຖະກິດ​ຢູ່ອັສທາ​ນາ​ນະຄອນຫຼວງ​ກາ​ຊັກ​ສະ​ຕັງ.ປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ​ທີ່​ສຳຄັນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ມີ​ໄມຕີ​ຈິດຈີນ​ກາ​ຊັກ​ສະ​ຕັງ​ຕື່ມ​ອີກ,ຕົກລົງ​ວ່າ​ຈະຍົກ​ການ​ພົວພັນ​ຈີນ​ກາ​ຊັກ​ສະ​ຕັງ​ເປັນ​ການ​ພົວພັນ​ໝູ່​ຄູ່​ຍຸດ​ທະ​ສາດ.


ທ່ານ​ນາ​ຈາ​ບາ​ເຢັຟກ່າວ​ເນັ້ນວ່າ,ການ​ຂະຫຍາຍ​ການ​ພົວພັນ​ກັບ​ຈີນ​ຢ່າງຮອບດ້ານ​ແມ່ນ​ເປົ້າໝາຍກ່ອນ​ເພິ່ນຂອງ​ນະ​ໂຍບາຍ​ກາ​ນຕ່າງປະ​ເທດ​ກາ​ຊັກ​ສະ​ຕັງ.ຝ່າຍ​ກາ​ຊັກ​ສະ​ຕັງ​​ເດັດດ່ຽວສະໜັບສະໜູນນະ​ໂຍບາຍ​ຈີນ​ດຽວ​ແລະກົດໝາຍ​ຕ້ານການ​ແບ່ງ​ແຍກ​ປະ​ເທດຂອງ​ຈີນ.​ໃນ​ການ​ໂຈມ​ຕີ​ກຳ​ລັງ​ສາມ​ແງ່ ຄື​ລັດທິ​ກໍ່​ການ​ຮ້າຍ​ເປັນຕົ້ນ,ສອງ​ຝ່າຍ​ໄດ້​ປະສານ​ສົມທົບ​ກັນ​ຢ່າງ​ສະໜິດ​ແໜ້ນ.


ຜູ້ນຳ​ສອງ​ປະ​ເທດ​ເຈລະຈາກັນ

1  2