ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-05 15:59:49    
ເຈົ້າ​ໜ້າ​ທີ່​ສະ​ຫະ​ພາບ​ເອີ​ລົບ​ກ່າວ​ວ່າ​ການ​ພົວ​ພັນ​ລະ​ຫວ່າງ​ສະ​ຫະ​ພາບ​ເອີ​ລົບ​ຈີນ​ຈະ​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ

cri

ຕາມ​ຂ່າວCRI: ວັນ​ທີ 4 ກໍລະກົດ​ຢູ່​ບຼູ​ແຊນ​ຂອງ​ແບນ​ຊິກ, ທ່ານ​ນາງ​ເບ​ນີຕາ ​ແຟນ​ເຣ​ໂຣ-ວາດ​ເນີ ກຳມະການຄະນະ​ກຳ​ມະ​ທິການສະຫະພາບ​ເອີ​ລົບ​ທີ່​ຮັບຜິດຊອບ​ວຽກ​ງານ​ພົວພັນກັບ​ພາຍ​ນອກ​ກ່າວ​ວ່າ, ​ເພິ່ນ​​ເຊື່ອ​ ​ວ່າການ​ພົວພັນ​ລະ​ຫວ່າງ​ສະຫະພາບ​ເອີ​ລົບ​ຈີນ​ຈະ​ເພີ່ມ​ທະວີຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ນາງ​ເບ​ນີຕາ ​ແຟນ​ເຣ​ໂຣ-ວາດ​ເນີ ​ແມ່ນ​​ໃຫ້​ທັດສະນະ​ດັ່ງກ່າວ​ໃນກ​ອງປະຊຸມ​ສຳ​ມະ​ນາ​ທີ່​ຈັດ​ຂຶ້ນ​​ເພື່ອ​ສະຫຼອງ​ສະຫະພາບ​ເອີ​ລົບ​ກັບ​ຈີນ​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ຄົບຮອບ 30 ປີ​ໃນວັນ​ທີ 4 ກໍລະກົດ.

ທ່ານ​ນາງ​ເບ​ນີຕາ ​ແຟນ​ເຣ​ໂຣ-ວາດ​ເນີ ຍັງ​ໄດ້​ຍ້ອງຍໍ​ບົດບາດ​ອັນ​ຕັ້ງໜ້າຂອງ​ຈີນ​​​ໃນການ​ບໍ່​ແຜ່​ລາມ​ອາວຸດ​ນີວ​ເຄຼຍ​ແລະ​ແກ້​ໄຂການ​ປະ​ທະ​ກັນ​ໃນ​ພາກ​ພື້ນ.