ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-07 21:25:05    
ທ່ານ​ຫູ​ຈິນທາວ​ພົບ​ປະ​ທ່ານ​ແບຼ

cri Author: MO


ຕາມ​ຂ່າວCRI:ວັນ​ທີ 7 ກໍລະກົດ, ຢູ່​ໂຮງ​ແຮມ​ເກັຼນອິ​ເກີນ​ສ໌​ແຫ່ງ​ສະ​ກອດ​ແລັນ​ອັງກິດ, ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່ານ​ແບຼ ນາຍົກ​ລັດຖະມົນຕີ​ອັງກິດ.
ກ່ອນ​ອື່ນ, ທ່ານ​ຫູ​ຈິນທາວ​​ຊົມ​ເຊີຍ​​ອັງກິດ​ໄດ້​ຮັບ​ສິດ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ຮ້ອນ​ປີ 2012.


ໃນ​ເວລາ​ກ່າວ​ເຖິງ​ການ​ພົວພັນ​ລະຫວ່າງ​ຈີນ​ສະຫະພາບ​ເອີ​ລົບ​ນັ້ນ, ທ່ານ​ຫູ​ຈິນທາວ​ຫວັງ​ໃຫ້​ຝ່າຍ​ເອີ​ລົບຈົ່ງ​ພິຈາລະນາ​ເຖິງ​ພາກສ່ວນ​ໃຫຍ່​ແຫ່ງ​ການ​ພົວພັນ​ຈີນ​ສະຫະພາບ​ເອີ​ລົບ, ທຳ​ການ​ຕັດສິນ​ທາງ​ການ​ເມືອງ​ໃນ​ບັນຫາ​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ຂາຍ​ອາວຸດ​ໃຫ້​ຈີນ​ແລະ​ຮັບຮອງ​ຖານະ​ເສດ​ຖະກິດ​ຕະຫລາດ​​ສົມບູນຂອງ​ຈີນ; ຫວັງ​ໃຫ້​ຝ່າຍ​ອັງກິດ​ເສີມ​ຂະຫຍາຍ​ອິດ​ທິພົນ​ອັນຕັ້ງໜ້າ, ຊຸກ​ຍູ້​ການ​ພົວພັນ​ຈີນ​ສະຫະພາບເອີ​ລົບ​ຂະ​ຫຍາ​ຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.


ທ່ານ​ແບຼ​ເວົ້າວ່າ, ປັດຈຸບັນ, ການ​ພົວພັນ​ອັງກິດ​ຈີນ​ໄດ້​ຂະຫຍາຍຕົວ​ຢ່າງສະດວກ, ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​​ໄດ້​ຮັບ​ໝາກຜົນ​ອຸດົມສົມບູນ. ທ່ານ​ກ່າວ​ວ່າ, ຈະຕັ້ງໜ້າ​ສະ​ແຫວ​ງຫາ​ຄວາມ​ຄືບ​ໜ້າ​ໃນ​ບັນຫາ​ທີ່​ຝ່າ​ຍຈີນສົນ​ໃຈ.