ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Sunday    Apr 27th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-08 17:01:02    
ການ​ເຈລະຈາ​ກ່ຽວ​ກັບຫວຽດນາມ​ເຂົ້າ​ຮ່ວມ​ອົງການ​ການ​ຄ້າ​ໂລກ​ໄດ້​ມີ​ການ​ຄືບ​ຫນ້າ​​ໃນ​ດ້ານທາດ​ແທ້

cri

ຕາມ​ຂ່າວສານ​ຊິນ​ຮວາ  ວັນ​ທີ 7 ກໍລະກົດ  ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທ​ດຫວຽດນາມ​ກ່າວ​ວ່າ ການ​ເຈລະຈາ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ອົງການ​ການ​ຄ້າ​ໂລກ​ລະຫວ່າງ​ຫຼາຍ​ປະ​ເທດ​ຄື​ຫວຽດນາມ​ກັບ​ອາ​ເມ​ລິ​ກາ​ແລະ​ຈີນ​ເປັນ​ຕົ້ນ​ໄດ້​ມີ​ການ​ຄືບ​ຫນ້າຢ່າງ​ເດັ່ນ​ຊັດ  ຫວຽດນາມ​ຈະ​ຍາດ​ແຍ່ງ​ໃຫ້​ກາຍ​ເປັນ​ປະ​ເທດ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ​ກ່ອນ​ທ້າຍ​ປີ​ນີ້


ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ເປັນ​ປະຈຳ​​ໃນ​ວັນ​ທີ 7ກໍ​ລະ​ກົດ  ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ກ່າວ​ວ່າ  ​ໃນ​ໄລຍະ​ທີ່ທ່ານ​ຟານວັນ​ຂ້າ​ຍຢ້ຽມຢາມ​ອາ​ເມ​ລິ​ກາ​ຫວ່າງມໍ່ໆນີ້   ຝ່າຍ​ອາ​ເມ​ລິ​ກາ​ໄດ້​ກ່າວຢ່າງ​ຈະ​ແຈ້ງວ່າ​ຖື​ທ່າ​ທີ​ສະຫນັບສະຫນູນ​​ຫວຽດນາມ​ເຂົ້າ​ຮ່ວມ​ອົງການ​ການ​ຄ້າ​ໂລກ


 ນັບ​ມາ​ຮອດ​ປະຈຸ​ບັນ  ຫວຽດນາມ​ກັບ​ສະຫະພາບ​ເອີ​ລົບ ກູ​ບາ ອັກ​ຊັງ​ຕີນ ​ເບຼຊິນ ຈີ​​ເລ​  ສິງກະ​​ໂປ ອຸຍລຸຍ​ກວາ​ຍ  ສ.​ເກົາຫຼີ​ແລະ​ຍີ່ປຸ່ນ​ໄດ້​ສຳ​ເລັດ​ການ​ເຈລະຈາ​ຫຼາຍ​ຝ່າຍ​ຫຼື​ສອງ​ຝ່າຍ​ກ່ຽວ​ກັບ​​ການ​ເຂົ້າ​ຮ່ວມ​ອົງການ​ການ​ຄ້າ​ໂລກ​ແລ້ວ

© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040