ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-08 17:04:55    
ທ່ານ​ຫູ​ຈີນ​ທາວ​ແຍກ​ອອກ​ພົບ​ປະຜູ້ນຳ​ຂອງອາ​ເມ​ລິ​ກາ ຝຣັ່ງ​ແລະ​ເຢຍລະ​ມັນ

cri Author: da
ຕາມ​ຂ່າວCRI: ຕອນ​ບ່າຍ​ວັນ​ທີ 7 ກໍລະກົດ ​ໃນ​ເວລາ​ເຂົ້າຮ່ວມ​ກອງ​ປະຊຸມ​ສົນທະນາ 8 ບອກ 5 ຢູ່​ເກຼັນອີ​ເກີ​ສ໌ຂອງສະ​ກອດ​ແລນອັງກິດ ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​​ໄດ້​ແຍກອອກ​ພົບ​ປະ​ທ່ານ​ບຸ​ສປະທານາທິບໍດີ​ອາ​ເມ​ລິ​ກາ ທ່ານ​ຊີ​ຣັກປະທານາທິບໍດີ​ຝຣັ່ງ​ແລະ​ທ່ານ​ສ​ໂລ​​ເຕີ ນາຍົກລັດຖະມົນຕີ​ເຢຍລະ​ມັນ.


​ໃນ​ເວລາ​ພົບ​ປະ​ທ່ານ​ຊີ​ຣັກ ທ່ານ​ຫູ​ຈີນ​ທາວ​ເວົ້າວ່າ,ຈີນ​ກັບ​ຝຣັ່ງມີ​ການ​ແລກປ່ຽນ​ແລະການ​ປະສານ​ງານ​ທີ່​ດີ​ໃນ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສຳຄັນ.ທ່ານ​ຫວັງ​ໃຫ້​​ຝຣັ່ງສືບ​ຕໍ່​ເສີມ​ຂະຫຍາຍ​ອິດ​ທິພົນ​ອັນຕັ້ງໜ້າ,ຊຸກຍູ້​ສະຫະພາບ​ເອີ​ລົບ​ຍົກ​ເລີກຄ່ຳ​ສັ່ງ​ເກືອດ​ຫ້າມ​ຂາຍ​ອາວຸດ​​ໃຫ້ຈີນ​ໂດຍ​ໄວ​ແລະ​ຮັບຮອງຖານະ​ເສດຖະກິດ​ຕະຫຼາດສົມບູນ​ຂອງ​ຈີນ.


​ໃນ​ເວລາ​ພົບ​ປະ​ທ່ານ​ສ​ໂລ​ເຕີ,ທ່ານ​ຫູ​ຈີນ​ທາວ​ເວົ້າວ່າ,​ແຕ່​ສົງຄາມ​ໂລກ​ຄັ້ງທີ 2 ສິ້ນ​ສຸດ​ລົງ​ເປັນຕົ້ນມາ,ຝ່າຍ​ເຢຍລະ​ມັນ​ໄດ້​ຍຶດໝັ້ນ​ເດີນຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ​​ຕະຫຼອດມາ,​ເປັນ​ກຳລັງ​ສຳຄັນ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງພາກ​ພື້ນ​ແລະ​ຂອງ​ໂລກ.ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ເຢຍລະ​ມັນ,ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຈີນ​ເຢຍລະ​ມັນ​ຂະຫຍາຍ​ໄປ​ໜ້າ​ຕື່ມ​ອີກ.

ທ່ານ​ສ​ໂລ​ເຕີ​ເວົ້າວ່າ,ຝ່າຍ​ເຢຍລະ​ມັນ​ຍິນ​ດີພ້ອມ​ກັບ​ຝ່າຍ​ຈີນ​ເພີ່ມ​ທະວີການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະລັງງານ,ພ້ອມ​ກັນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ກັບ​ປະຊາກອນ ຊັບພະຍາກອນ​ແລະ​ສິ່ງ​ແວດ​ລ້ອມ​ກົມກຽວ​ກັນ.

​ໃນ​ການ​ພົບ​ປະ ທ່ານ​ຫູ​ຈີນ​ທາວ​ກັບ​ທ່ານ​ບຸ​ສ​ໄດ້​ແລ​ກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບການ​ພົວພັນ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສົນ​ໃຈ​ນຳ​ກັນ.