ຕາມຂ່າວສານຊິນຮວາ ຕອນຄ່ຳວັນທີ 7 ກໍລະກົດ ທ່ານນາງອາໂລໂຢ ປະທານາທິບໍດີຟິລິບປິນໄດ້ປະກາດວ່າ ນາງໄດ້ຮຽກຮ້ອງໃຫ້ສະມາຊິກທຸກຄົນໃນຄະນະລັດຖະບານເປັນເຈົ້າການລາອອກຈາກຕຳແຫນ່ງ ເພື່ອສ້າງພື້ນຖານໃຫ້ແກ່ການປັບປຸງລັດຖະບານ ແຕ່ນາງເອງຈະບໍ່ລາອອກຈາກຕຳແຫນ່ງ
ທ່ານນາງອາໂລໂຢໄດ້ກ່າວຄຳປາໄສໂດຍທາງວິທະຍຸກະຈາຍສຽງຕໍ່ທົ່ວປະເທດນາງກ່າວຢ້ຳວ່າ ນາງເອງບໍ່ຫ່ອນຈະລາອອກຈາກຕຳແຫນ່ງ ປະທານາທິບໍດີຕາມຄວາມທວງຂອງບຸກຄົນຝ່າຍຄ້ານ ນາງກ່າວວ່າ ເຖິງວ່າທ່ານນາງລາອອກຈາກຕຳແຫນ່ງ ແຕ່ປະທານາທິບໍດີຜູ່ໃຫມ່ແລະລັດຖະບານຊຸດໃຫມ່ກໍຍັງຈະປະເຊີນກັບການວິກິດການເຊັ່ນດຽວກັນ
ທ່ານນາງອາໂລໂຢໄດ້ຕົກຢູ່ໃນວິກິດການການເມືອງຍ້ອນຖຶກຕິຕຽນວ່າມີການສໍ້ໂກງໃນການເລືອກຕັ້ງທົ່ວໄປໃນປີ 2004 ແລະສາມີແລະລູກຊາຍຂອງນາງກໍໄດ້ຖືກກ່າວຟ້ອງກິນສິນບົນ
|