ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-11 21:27:27    
ທະຫານ​ອິສຣາ​ແອນ​ພິ​ຈາ​ລະ​ນາ​ຍຶດ​ຄອງ​ແຖບ​ກາ​ຊາ​ຄືນ​ໃໝ່

cri Author: li
ຕາມ​ຂ່າວ CRI: ໜັງສືພິມ​ເຢລູຊາ​ເລັມ​ພົມ​ສະບັບ​ວັນ​ທີ 11 ກໍລະກົດ​ລາຍ​ງານ​ວ່າ,ປັດຈຸບັນ ທະຫານ​ປ້ອງ​ກັນຊາ​ດອິສຣາ​ແອນ​ພວມ​ພິຈາລະນາ​ຍຶດ​ຄອງ​ເຂດ​ກາ​ຊາ​ສ່ວນ​ໜຶ່ງ​ທີ່​ປາ​ເລັສຕີນ​ຄວບ​ຄຸມ,​ເພື່ອປ້ອງ​ກັນ​ພວກ​ປະກອບ​ອາວຸດ​ປາ​ເລັສຕີນ​ຫຼອນ​ໂຈມ​ຕີ​ເປົ້າໝາຍ​ຂອງ​ອິສລາ​ແອນ​ໃນ​ໄລຍະ​ຖອນ​ອອກ​ໄດ້.

ຂ່າວ​ແຈ້ງວ່າ,​ນາຍ​ທະຫານ​ຊັ້ນສູງ​ສ່ວນ​ໜຶ່ງ​ຂອງ​ອິສຣາ​ແອນ​ເຫັນ​ວ່າ,ສັນຍາ​ກ່ຽວ​ກັບ​ການ​ປະສານ​ງານ​ແຜນການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ລະຫວ່າງ​ອິສຣາ​ແອນ​ກັບປາ​ເລັສຕີນ​ແມ່ນ​ລັດຖະບານ​ແລະ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂືນ​ເຕັງ​ໃຫ້​ກອງ​ທະຫານ. ​ເຖິງ​ວ່າການ​ປະສານ​ງານ​ລະຫວ່າງ​ສອງ​ຝ່າຍ​ຈະ​ຊ່ອຍ​​ໃຫ້ການ​ຖອນ​ອອກດຳ​ເນີນ​ໄປ​ຢ່າງ​ສະດວກ​ກໍ​ຕາມ,​ແຕ່​ທະຫານ​ອິສຣາ​ແອນ​ຍັງ​ຄົງ​ຍຶດໝັ້ນ​ແຜນການ​ເບື້ອງ​ຕົ້ນ,ຄື​ສ້າງຕັ້ງ​ເຂດ​ກັນຊົນ​ດ້ານ​ການ​ທະຫານ​ຢູ່​ມໍ່​ຈຸດ​ຕັ້ງຖິ່ນ​ຖານຂອງ​ຊາວ​ຢິວຢູ່​ກາຊາ.