ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Friday    Apr 25th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-12 21:50:49    
ທ່ານ​ນາງ​ໄລສ໌​ລັດ​ຖະ​ມົນ​ຕີ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ​ຮຽກຮ້ອງ​ໃຫ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕ້ານ​ການ​ກໍ່ຮ່າຍ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ໄທ

cri

ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ 11 ກໍລະກົດ,ຢູ່​ທີ່​ບາງກອກ,ທ່າ​ນນາງ​ໄລ​ສ໌ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ ເມ​ລິ​ກາ​ທີ່​​ໄປ​ຢ້ຽມຢາມ​ໄທ​ໄດ້​ຮຽກຮ້ອງ​ໃຫ້ບັນດາ​ປະ​ເທດ​ອາຊີ​ຄື​ໄທ​ເປັນຕົ້ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາ​​ໃນ​ຂົງ​ເຂດ​ຕ້ານ​ການ​ກໍ່​ການ​ຮ້າຍ ,ພ້ອມ​ກັນ​ຮັບປະກັນ​ຄວາມ​ຫມັ້ນ​ທ່ຽງ​ແລະ​ຄວາມ​ປອດ​ໄພ​ຂອງ​ພາກພື້ນອາຊີ​ປາຊີ​ຟິກ


ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ທ່າ​ນນາງ​ໄລ​ສ໌ກັບ​ທ່ານ​ການ​ຕະທິ ສຸພາ​ມົງຄົນຮ່ວມ​ກັນ​ຈັດ​ຂຶ້ນ,ທ່ານ​ນາງ​ໄລ​ສ໌ກ່າວ​ວ່າ ອາ​ເມ​ລິ​ກາ​ຫວັງ​ໃຫ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ໄທ​ໃນ​ດ້ານ​ວາງກົດຫມາຍຕ້ານ​ການ​ກໍ່​ການ​ຮ້າຍ ຊົມ​ໃຊ້​ຂໍ້ມູນຂ່າວສານ​ນຳ​ກັນແລະ​ການ​ສະຫນັບສະຫນູນ​ດ້ານເຕັກນິກ​ເປັນ​ຕົ້ນ  ​ເພື່ອ​ພ້ອມ​ກັນ​ຮັບ​ມື​ກັບ​ການ​ຂົ່ມຂູ່​ຂອງ​ລັດທິ​ກໍ່ການ​ຮ້າຍ​ສາກົນ


ທ່ານ​ນາງ​ໄລ​ສ໌ຍັງ​ກ່າວ​ວ່າ  ນາງ​ເຫັນ​ດີນຳ​ທັດສະນະ​ຂອງ​ໄທ ​ເຫັນ​ວ່າ​ຖານະ​ຂອງ​ຈີນ​ນັບ​ມື້​ນັບ​ສຳຄັນ ​ແລະ​ສະຫນັບສະຫນູນ​ຈີນ​ເສີມ​ຂະຫຍາຍ​ບົດບາດ​ອັນຕັ້ງຫນ້າ​ໃນ​ພາກພື້ນ​ແຫ່ງ​ນີ້

© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040