|
 |
(GMT+08:00)
2005-07-13 17:04:25
|
ລັດຖະບານໄທຕົກລົງໃຊ້ມາດຕະການປະຢັດພະລັງງານແບບບັງຄັບ
cri
Author: li
ຕາມຂ່າວສານຊິນຮວາ: ວັນທີ 12 ກໍລະກົດ ທ່ານທັກສິນ ຊິນນະວັດ ນາຍົກລັດຖະມົນຕີໄທໄດ້ເປັນປະທານຈັດກອງປະຊຸມຄະນະລັດຖະບານ,ກອງປະຊຸມຕົກລົງໃຊ້ສາມມາດຕະການປະຢັດພະລັງງານແບບບັງຄັບຄື: ຫຼຸດເວລາເຕີມນ້ຳມັນຂອງປ້ຳນ້ຳມັນ,ຈຳກັດເວລາເປີດໄຟໂຄສະນາສິນຄ້າແລະຍົກເລີກບັດເຕີມນ້ຳມັນຕ່າງປະເທດຂອງອົງການລັດຖະບານແລະບໍລິສັດຂອງລັດ.
ມາດຕະການປະຢັດພະລັງງານສາມລາຍດັ່ງກ່າວຂອງລັດຖະບານໄທຈະເລີ່ມປະຕິບັດໃນທົ່ວປະເທດແຕ່ວັນທີ 15 ກໍລະກົດເປັນຕົ້ນໄປ. ເຈົ້າໜ້າທີ່ກະຊວງພະລັງງານຂອງໄທແນະນຳວ່າ,ຜ່ານຈາກມາດຕະການສາມລາຍດັ່ງກ່າວ,ແຕ່ລະປີ ໄທຈະປະຢັດໄດ້ 6 ຕື້ 800 ລ້ານບາດ.
|
|
|