ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-14 21:19:51    
ຍອດເຫຼືອ​​ແລະ​ອັດຕາ​ເງິນ​ກູ້​ດ້ອຍ​ຄຸນ​ນະພາ​ບຂອງອົງການ​ທະນາຄານສຳ​ຄັນ​ຂອງ​ຈີນ​ໄດ້​ຫຼຸດ​ຫນ້ອຍ​ລົງ​ຕໍ່​ມາ

cri

ຕາມ​ຂ່າວສານ​ຊິນ​ຮວາ​,ວັນ​ທີ 13 ກໍລະກົດ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ລິວ​ມິ​ງຄັງ ປະທານຄະນະ​ກຳມະການ​ກວດກາ​ຄຸ້ມ​ຄອງ​ຂະ​ແຫນງ​ການ​ທະນາຄານຈີນ​ໄດ້​ເຜີຍ​ໃຫ້​ຮູ້​ວ່າ,​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້,ຍອດ​ເຫຼືອ​ແລະ​ອັດຕາ​ຂອງ​ເງິນ​ກູ້​ດ້ອຍ​ຄຸນ​ນະພາ​ບຂອງ​ອົງການ​ການ​​ເງິນສຳ​ຄັນ​ຂອງ​ຈີນ​ໄດ້​ຫຼຸດ​ຫນ້ອຍ​ລົງ​ຕໍ່​​ມາ


ໃນ​ກອງ​ປະຊຸມ​ວຽກ​ງານ​ຂອງ​ຄະນະ​ກຳມະການ​ກວດກາ​ຄຸ້ມ​ຄອງ​ຂະ​ແຫນງການ​ທະນາຄານ​​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ກໍລະກົດ,ທ່ານ​ລິວມິ​ງຄັງ​​ແນະນຳ​ວ່າ,​ ທ້າຍ​ເດືອນມິຖຸນາ​ປີນີ້,ຍອດ​ເຫຼືອ​ຂອງ​ເງິນ​ກູ້ ດ້ອຍ ຄຸນ​ນະພາ​ບຂອງ ອົງການການ​ເງິນ​ຂະ​ແຫນງ​ການ​ທະນາຄານ​ສຳ​ຄັນຂອງ​ຈີນ​ມີ​1500ກວ່າ ຕື້​ຢວນ, ​ຫນ້ອຍ​ກວ່າ​ຕົ້ນ​ປີ 550 ກວ່າ​ຕື້​ຢວນ,ອັດຕາ​ເງິນ​ກູ້​ດ້ອຍຄຸນ​ນະພາ​ບ​ໄດ້​ຫນ້ອຍ​ກວ່າ​ຕົ້ນປີ​ 4%.


  ທ່ານ​ລິວ​ມິ​ງຄັງ​ກ່າວ​ວ່າ ,ພາກສ່ວນ​ຕິດຕາມ​ຄຸ້ມ​ຄອງ​ໃນ 6 ​ເດືອນ​ທ້າຍ​ປີ​ນີ້​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ແລະ​ດັດ​​ແປງ​ວຽກ​ງານ​ພື້ນຖານ​ໃນ​ການ​ຕິດຕາມ​ຄຸ້ມ​ຄອງ​ແລະການ​ສ້າງລະ​ບອບ​ກົດຫມາຍ,ຊຸກຍູ້​ການ​ສ້າງສາ​ລະບົບ​ຂໍ້​ມູນ​ຂ່າວສານ​ຂອງ​ຄະນະ​ກຳມະການ​ກວດກາຄຸ້ມ​ຄອງ​ຂອງ​ຂະ​ແຫນງ​ການ​ທະນາຄານ​ຈີນ​ຢ່າງຮອບດ້ານ,ບູລະນະ​ການ​ຕີ​ລາຄາ​ຄວາມ​ສ່ຽງ​ແລະ​ລະບົບ​ເຕືອນ​ໄພ​ຂອງ​ອົງການ​ການ​ເງິນ​ຂະ​ແຫນງ​ການ​ທະນາຄານ​ຕື່ມ​ອີກ.