ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-14 21:28:33    
ທ່ານ​ຈັ່ງ​ອີ້​ຊານ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​​ເຮັດ​ໃຫ້ວຽກ​ງານ​ຊ່ອຍ​ເຫຼື​ອ​​​ມະນຸດສະທຳ​ໄດ້​ຮັບ​ຜົນ​ດີກ​ວ່າ​ເກົ່າ

cri

ຕາມ​ຂ່າວCRI,ວັນ​ທີ 13 ກໍລະກົດ,ຢູ່​ທີ່​ສຳນັກງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ,ທ່ານຈັ່ງ​ອີ້​ຊານ ຮອງ​ຜູ່​ແທນ​ຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ພ້ອມ​ກັນ​ທຳ​ຄວາມ​ພະຍາ ຍາມ,​ເຮັດ​ໃຫ້ວຽກ​ງານ​ຊ່ອຍ​ເຫຼືອ​​ມະນຸດສະທຳບັງ​ເກີດ​ຜົນ​ກວ່າ​ເກົ່າ


ໃນ​​ເວ​ລາ​ທ່ານ​ຈັ່ງ​ອີ້​ຊານ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ກອງ​ປະຊຸມ​ໃນ​ທາດ​ແທ້​ປີ 2005 ຂອງ​ຄະນະ​ມົນຕີ​ເສດຖະກິດ​ສັງຄົມ​ອົງການ​ສະຫະ​ປະຊາ​ຊາດນັ້ນ  ທ່ານ​ກ່າວ​ວ່າ   ກົນ​ໄກ​ຮ່ວມ​ກັນ​ຮຽກຮ້ອງ​ຂອງບັນດາ​ອົງການ​ທີ່​ສ້າງຕັ້ງ​ຂຶ້ນ​ໃນ​ຊຸມ​ປີ 90ສະຕະວັດ​ທີ່​ແລ້ວ​ແມ່ນຮູບ​ການຫ້າງ​ຫາ​ເງິນ​ທຶນ​ທີ່ສຳຄັນ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​,​​ໄດ້ສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ດ້ານ​​ໃຫ້​ການ​ຊ່ອຍ​ເຫຼືອ​​ມະ ນຸດສະທຳ​​ແກ່​ປະ​ເທດ​ແລະ​ເຂດ​ແຄ້ວ​ນທີ່​ຖືກ​ປະສົບ​ໄພ​ແລະ​​ເກີດ​ມີ​ສະພາບ​ການສຸກ​ເສີນ​ທີ່​ສັບສົນ.​ແຕ່​​ໃນ​ຫຼາຍ​ປີ​ມາ​ນີ້ ຮູບ​ການ​ດັ່ງກ່າວ​ໄດ້​ມີ​ສະພາບ​ທີ່​​ເປັນ​ຫນ້າ​ວິຕົກ​ກັງວົນ​ໃນ​ຫຼາຍ​ປີ​ມານີ້.


  ທ່ານ​ຈັ່ງ​ອີ້​ຊານ​ໄດ້​ຮຽກຮ້ອງ​ໃຫ້​ຫ້ອງການ​ປະສານ​ສົມທົບ​ວຽກ​ງານ​ມະນຸດສະທຳ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ເພີ່ມ​ທະວີ​ວຽກ​ງານ​ຫ້າງ​ຫາ​ຕື່ມ​ອີກ,ພ້ອມ​ກັນນັ້ນກໍ​ຮຽກຮ້ອງ​ໃຫ້​ປະ​ເທດ​ພັດທະນາ​ເສີມ​ຂະຫຍາຍ​ຈິດ​​ໃຈ​ມະນຸດສະທຳ,​​​ເພີ່ມເງິນ​ບໍລິຈາກ​​ເງິນ​ຊ່ອຍ​ເຫຼືອ​​ມະນຸດສະທ​ໃຫ້​ຫຼາຍຂຶ້ນ ຕື່ມ​ອີກ,ຊ່ອຍປະຊາຊົນ​ປະສົບ​ໄພ​ຜ່ອນຄາຍ​ແລະ​ຜ່ານ​ຜ່າ​ຄວາມທຸກທໍລະ​ມານ​ແລະ​ຄວາມຫຍຸ້ງຍາກຍ້ອນ​​ເກີດ​ໄພ​ທຳ​ມະ​ຊາດ,ຟື້ນ​ຟູ​​ໃຫ້ຊີວິດ​ການ​ເປັນ​ຢູ່​ອັນເປັນ ປົກກະຕິ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້