ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-15 21:36:57    
ທ່ານ​ຊາລອນ​ກ່າວ​ວ່າ​ຈະ​ປະຕິບັດ​ແຜນການ​ເສັ້ນທາງ​ສັນຕິພາບ​ຫຼັງ​ຈາກ​ຖອນ​ທະຫານ​ແຕ່​ຝ່າຍ​ດຽວ​ແລ້ວ

cri

 ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ 14 ກໍລະກົດ,ທ່ານ​ຊາ​ລອນ ນາຍົກລັດ ຖະມົນຕີອິສລາ​ແອນກ່າວ​ວ່າ,ຖ້າ​ຝ່າຍ​ປາ​ເລັສຕີນ​ສາມາດ​ສະກັດ​ກັ້ນ​ການ​ຫຼອນ​ໂຈມ​ຕີ​ທີ່​ຄັດຄ້ານ​ອິສລາ​ແອນ​ຢ່າງ​​ເຖິງ​ຖອງ​ຫຼັງ​ຈາກ​ອິສລ​າ​ແອນ​ສຳ​ເລັດ​ການ​ເຄື່ອນ​ໄຫວ​ຖອນ​ທະຫານ​ແຕ່​ຝ່າຍ​ດຽວ​ແລ້ວ,ທ່ານ​ກໍກຽມຈະ​ປະຕິບັດ​ແຜນການ​ເສັ້ນທາງ​ສັນຕິພາບ​ຕາ​ເວັນ​ອອກ​ກາງ.


ຕາມ​ຫນັງສືພິມ​ຮາ​ອາ​ເລັສອິສລາ​​ແອນ​ລາຍ​ງານ​ວ່າ,ວັນ​ທີ 14 ກໍລະກົດ,​ໃນ​ເວລາ​ທ່ານ​ຊາ​ລອນ​ຍັງກ່າວ​ຄຳ​ປາ​ໄສ​ຕໍ່​ກອງ​ທະຫານ​ຕຳຫຼວດ​ອິສລາ​ແອນ​ທີ່​ຈະ​ປະຕິບັດ​ຄຳ​ສັ່ງ​ຖອນ​ທະຫານໃນ​ໄວໆ​ນີ້​ນັ້ນ,ທ່ານ​ຍັງກ່າວ​ລຶ້ມວ່າ,ຫຼັງ​ຈາກ​ອິສລ​າ​ແອນ​ຖອນ​​ອອກ​ຈາກ​​ແຖບ​ກາຊາ​ແລະ​ເຂດ​ສ່ວນ​ຫນຶ່ງ​ທາງ​ພາກ​ເຫນືອ​ ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ແລ້ວ, ບໍ່​ຫ່ອນ​ຈະຖອນ​ອອກ​ຈາກ​ເຂດອື່ນໆ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ.ທ່ານ​ຍັງ​ກ່າວ​ວ່າ,ຫຼັງ​ຈາກ​ຖອນ​ທະຫານແຕ່​ຝ່າຍ​ດຽວ​ແລ້ວ, ລັດຖະບານ​ອິສລາ​ແອນ​ຈະ​ຈັດ​​ເອົາວຽກ​ງານ​ຈຸດ​ຫນັກ​​ໄວ້ໃນ​ບັນຫາ​ປົວ​ແປງ​ການ​ຮັກສາ​ຄວາມ​ສະຫງົບ​​ໃຫ້​ດີ​ຂຶ້ນແລະການປະຕິ​ຮູບ​ການ​ສຶກສາ​​ເປັນ​ຕົ້ນ.