ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-15 21:39:25    
ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ປາ​ເລັສຕີນ​​​ກັບ​ອົງການ​ຮາ​ມັສໄດ້​ເກີດ​ການ​ປະ​ທະ​ກັນ​ຢ່າງ​ນອງ​ເລືອດ

cri

ຕາມ​ຂ່າວCRI ,ວັນ​ທີ 15 ກໍລະກົດ,ຢູ່​ທີ່​ແຖບ​ກາຊາ,ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ປາ​ເລັສຕີນ​ໄດ້​ສືບ​ຕໍ່​ລົບ​ເລວ​ກັນຢ່າງ​ດຸ​ເດືອດ ກັບ​ຜູ່​ປະກອບ​ອາວຸດ​ຂອງ​ອົງການ​ຮາ​ມັສ ຂະ​ບວນການຕໍ່ຕ້ານ​ອິສລາມ​ປາ​ເລັສຕີນ​,ນັບ​ມາ​ຮອດ​ປະຈຸ​ບັນ​ໄດ້​ມີ​ສອງ​ຄົນ​ເສຍ​ຊີວິດ​ແລະ​ປະມານ 20 ຄົນ​ບາດ​ເຈັບ
    ວັນ​ທີ 15 ກໍລະກົດ,ທ່ານ​ນາ​ເຊີ ​ ຢູ​ເຊັຟ  ລັດຖະມົນຕີ​ກະຊວງ​ພາຍ​ໃນ​ປາ​ເລັສຕີນ​ກ່າວ​ວ່າ,ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​​ແຫ່ງ​ຊາດ​ປາ​ເລັສຕີນ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ປາ​ເລັສຕີນ​ໃຊ້​ທຸກ​ພາຫະນະ,ຂັດຂວາງ​ບໍ່​ໃຫ້​ຜູ່​ປະກອບ​ອາວຸດ​ປາ​ເລັສຕີນ​ຫຼອນ​ໂຈມ​ຕີ​ເປົ້າ​ຫມາຍ​ຂອງອິສລາ​ແອນ


ໃນ​ມື້​ດຽວ​ກັນ,​ໂຄສົກ​ອົງການ​ຮາ​ມັສກ່າວ​ວ່າ,ອົງການ​ດັ່ງກ່າວ​ບໍ່ຫ່ອນ​ຈະ​ຍອມຕໍ່​ກຳລັງ​ຫນີບ​ຂອງ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ,​ແລະກໍ​ບໍ່ຫ່ອນ​ຈະ​ຢຸດຕິ​ການ​ເຄື່ອນ​ໄຫວ​ຫຼອນ​ໂຈມ​ຕີ​ອິສລ​າ​ແອນ