ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-17 16:41:52    
ທ່ານ​ອານ​ນານ​ຮຽກ​ຮ້ອງ​ອິສລະ​ແອນ​ປາ​ເລັສ​ຕີນ​ຈົ່ງ​ແກ້​ໄຂ​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​ໂດຍ​ຜ່ານ​ການ​ຫາລື​ກັນ

cri Author: da
ຕາມ​ຂ່າວ​CRI: ວັນ​ທີ 16 ກໍລະ​ກົດ,​ທ່ານ​ອານ​ນານ ​ເລຂາທິ​ການ​ໃຫຍ່​ອົງ​ການ​ສະຫະ​ປະຊາ​ຊາດ​ຜ່ານ​ໂຄສົກ​ອອກ​ຖະ​ແຫຼ​ງການ, ​ຮຽກ​ຮ້ອງ​ອິສລະ​ແອນກັບ​ປາ​ເລັສ​ຕີນ​ຈົ່ງ​ແກ້​ໄຂ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ຮຸນ​ແຮງ​ຮອບ​ໃໝ່​ທີ່​ເກີດ​ຂຶ້ນ​ໃນ​ຫວ່າງ​ມໍ່ໆ​ນີ້​ໂດຍ​ຜ່ານ​ການ​ຫາລື​ກັນ.

ມື້​ດຽວ​ກັນ,​ທ່ານ​ອາ​ບາສ໌ ປະທານ​ອົງ​ການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ໄດ້​ກ່າວ​ຄຳ​ປາ​ໄສ​ທາງ​ໂທລະ​ພາບ ກ່າວ​ເຕືອນ​ຢ່າງ​ເຂັ້ມ​ງວດ​ຕໍ່​ບັນດາ​ຝ່າຍ​ປາ​ເລັສ​ຕີນ​,ທວງ​ໃຫ້​ພວກ​ເຂົາ​​ເຈົ້າຢຸດຕິ​ການ​ປະ​ທະ​ກັນ​ກັບ​ກອງ​ທັບ​ປ້ອງ​ກັນ​ຄວາມ​ປອດ​ໄພ​ປາ​ເລັສ​ຕີນ​ໃນ​ທັນທີ,​ໂຄລົບ​ສັນຍາ​ຢຸດ​ຍິງ​ລະຫ​ວ່າງປາ​ເລັສ​ຕີນ​ອິສລະ​ແອນ.ທ່ານ​ຄູ​ລາຍ ນາຍົກ​ລັດ​ຖະມົນ​ຕີລັດຖະ​ບານ​ປາ​ເລັສ​ຕີນ​ປົກ​ຄອງ​ຕົນ​ເອງ​ຕິຕຽນ​ອິສລະ​ແອນ​ໃຊ້​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳຈໍ​ແດນ​​ແລະ​ແຖບ​ກາຊາ ​ແມ່ນ​​ເຈດ​ຕະນາ​ກໍ່​ຄວາມ​ວຸ້ນ​ວາຍ,​ຊຸກປາ​ເລັສ​ຕີນ​​​ເຂົ້າ​ໃນ​ສົງ​ຄາມ​ພາຍ​ໃນ.

ວັນ​ທີ 16 ກໍລະ​ກົດ,​ທ່ານ​ຊາ​ຣອນ ນາຍົກ​ລັດ​ຖະມົນ​ຕີອິ​ສລະ​ແອນ​ເວົ້າ​ວ່າ,​ອິສລະ​ແອນ​ຈະ​ໂຈມ​ຕີ​ລັດທິ​ກໍ່​ການ​ຮ້າຍ​ຢ່າງ​ບໍ່​ມີ​ການ​ຈຳກັດ.