ແຕ່ປີ 2006 ເປັນຕົ້ນໄປ, ຜູ້ໄປເຮັດວຽກຢູ່ອິນໂດເນເຊຍຕ້ອງຜ່ານການເສັງພາສາອິນໂດເນເຊຍກ່ອນ
cri
Author: mo
ຕາມຂ່າວສານຈີນ: ອິນໂດເນເຊຍກຳນົດວ່າ, ແຕ່ປີ 2006 ເປັນຕົ້ນໄປ, ຄົນຕ່າງປະເທດຕ້ອງຜ່ານການເສັງພາສາອິນໂດເນເຊຍ, ຈຶ່ງຈະເຮັດວຽກຢູ່ອິນໂດເນເຊຍໄດ້.
ໜັງສືພິມຢາກາກຕາພົສ໌ນຳເອົາຄວາມເວົ້າຂອງທ່ານຟາເຫີມີ ລັດຖະມົນຕີກະຊວງຊັບພະຍາກອນມະນຸດອິນໂດເນເຊຍມາມາແຈ້ງວ່າ, ຈຸດປະສົງຂອງນະໂຍບາຍນີ້ແມ່ນເພື່ອຫລຸດການຈໍລະຈອນຂອງຄົນຕ່າງປະເທດ, ທັງປົກປັກຮັກສາການປະກອບອາຊີບຂອງມວນຊົນພາຍໃນປະເທດ. ແຮງງານຕ່າງປະເທດເຮັດວຽກຢູ່ອິນໂດເນເຊຍຕ້ອງຮູ້ພາສາອິນໂດເນເຊຍ.
ປັດຈຸບັນ, ຄົນຕ່າງປະເທດທີ່ປະກອບອາຊີບຢູ່ອິນໂດເນເຊຍມີປະມານ 3 ໝື່ນຄົນ.
|
|