ເລຂາທິການສັນນິບາດປະເທດອາລັບກ່າວເນັ້ນການຮັກສາຄວາມສາມັກຄີຊາດປາເລັສຕີນ
cri
Author: mo
ຕາມຂ່າວCRI: ວັນທີ 17 ກໍລະກົດ, ທ່ານມູຊາ ເລຂາທິການສັນນິບາດປະເທດອາລັບທີ່ພວມຢ້ຽມຢາມຊີເລຍກ່າວເນັ້ນວ່າ, ການບັນລຸຄວາມສາມັກຄີຊາດແມ່ນອາວຸດຕົ້ນຕໍຂອງປະຊາຊົນປາເລັສຕີນໃນການຕໍ່ຕ້ານການຮຸກຮານເປັນເວລາຍາວນານຂອງອິສຣາແອນ.
ມື້ດຽວກັນ, ພາຍຫລັງເຈລະຈາກັບທ່ານບາຊານ ປະທານາທິບໍດີແລະທ່ານຊາເລ ລັດຖະມົນຕີການຕ່າງປະເທດຊີເລຍແລ້ວ, ທ່ານມູຊາກ່າວວ່າ, ການປະທະກັນທີ່ເກີດຂຶ້ນຢູ່ລະຫວ່າງຊາວປາເລັສຕີນຈະເຮັດໃຫ້ສັດຕູຂອງພວກເຂົາເຈົ້າໄດ້ຮັບຜົນປະໂຫຍດ.
ມື້ດຽວກັນ, ຢູ່ທີ່ກາຊາ, ທ່ານອາບັສ ປະທານອົງການອຳນາດແຫ່ງຊາດປາເລັສຕີນກ່າວວ່າ, ທ່ານຈະພະຍາຍາມສຸດຂີດສະກັດກັ້ນຜູ້ປະກອບອາວຸດປາເລັສຕີນບຸກໂຈມຕີເປົ້າໝາຍອິສຣາແອນ.ທ່ານອາບັສກ່າວວ່າ, ຖ້າອິສຣາແອນບຸກໂຈມຕີແຖບກາຊາແລ້ວ, ມັນຈະທຳລາຍທຸກສິ່ງທຸກຢ່າງ.
|
|