ຕາມຂ່າວສານຊິນຮວາ: ວັນທີ 18 ກໍລະກົດ, ທ່ານຕັນເຄັງຢຳ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດແລະປະສານງານຄວາມປອດໄພສີງກະໂປໄດ້ກ່າວເຕືອນໃນລັດຖະສະພາວ່າ, ສີງກະໂປອາດຈະກາຍເປັນເປົ້າໝາຍຕໍ່ໄປທີ່ພວກກໍ່ການຮ້າຍຈະໂຈມຕີ, ຊາວສີງກະໂປຄວນຮັກສາສະຕິລະວ່າງຕົວຢ່າງສູງຕໍ່ເລື່ອງນີ້, ພ້ອມກັນຮັບມືການຂົ່ມຂູ່ຂອງລັດທິກໍ່ການຮ້າຍ.
ທ່ານຕັນເຄັງຢຳຍັງເວົ້າວ່າ, ເລີ່ມແຕ່ເດືອນສິງຫາເປັນຕົ້ນໄປ, ລັດຖະບານສີງກະໂປຈະເພີ່ມທະວີມາດຕະການຄວາມປອດໄພພາຍໃນຂອບເຂດທົ່ວປະເທດ.
|