ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-19 10:42:51    
ອີຣັກ​ຮຽກ​ຮ້ອງ​ໃຫ້​ປະຊາ​ຄົມ​​ໂລກ​​​ເຂົ້າ​ຮ່ວມ​ວຽກ​ງານ​ກໍ່​ສ້າງ​ຄືນ​ໃໝ່​ຫຼາຍ​ກວ່າ​ເກົ່າ

cri Author: da
ຕາມ​ຂ່າວ​CRI: ວັນ​ທີ 18 ກໍລະ​ກົດຢູ່​ເມືອງ​ອຳ​ມານ,​ທ່ານ​ຊາ​ລີ ລັດຖະ​ມົນຕີ​ກະຊວງ​ແຜນ​ການ​ແລະ​ການ​ຮ່ວມ​ມື​ສາກົນ​ຂອງ​ອີຣັກ​ເວົ້າວ່າ,ວຽກ​ງານ​ກໍ່ສ້າງ​ອີ​ຣັກຄືນ​ໃໝ່​ຢາກ​ໄດ້ຮັບ​ຜົນ​ສຳ​ເລັດ​ ສຳຄັນ​ແມ່ນ​ຕ້ອງ​ມີປະຊາ​ຄົມ​​ໂລກ​​​ເຂົ້າຮ່ວມ​ຫຼາຍ​ກວ່າ​ເກົ່າ,ທັງ​ຕ້ອງ​ການ​ໃຫ້​ປະຊາ​ຄົມ​ໂລກ​ພ້ອມ​ກັນ​ທຳ​ຄວາມ​ພະຍາຍາມ.

​ໃນ​ກອງ​ປະຊຸມ​ບໍລິ​ຈາກ​ສາກົນ​ກ່ຽວ​ກັບ​ການ​ກໍ່ສ້າງ​ອີຣັກ​ຄືນ​ໃໝ່​ຄັ້ງທີ 4 ທີ່​ຈັດ​ຂຶ້ນ​ຢູ່​ອຳ​ມານ​ໃນ​ມື້​ດຽວ​ກັນ,​ທ່ານ​ຊາ​ລີໄດ້​ຮຽກ​ຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ຈົ່ງປະຕິ​ບັດຄຳ​ໝັ້ນ​ສັນຍາ​ໂດຍ​​ໄວ​,​ສະ​ໜອງ​ໂຄງ​ການ​ຊ່ອຍ​ເຫຼືອ​​​ແລະ​ວັດສະດຸ​ໃຫ້​ອີ​ລັກ.

ມື້​ດຽວ​ກັນ,ຜູ້​ແທນ​ກອງ​ທຶນ​ຄ້ຳ​ປະກັນ​ເງິນຕາ​ສາກົນ ທະນາ​ຄານ​ພັດ​ທະນາ​ອີສລາມ​ພ້ອມ​ດ້ວຍຜູ້​ແທນ​ຂອງ​ສະຫະ​ພາບ​ເອີ​ລົບ ອົສ​ຕຼາລີ ອີ​ຕາ​ລີ​ແລະ​ດານ​ມັກ​ຕ່າງ​ໄດ້​ສ​ະ​ແດງ​ວ່າ,ຈະ​ໃຫ້ການ​ຊ່ອຍ​ເຫຼືອ​ທາງ​ເສດ​ຖະກິດ​​ແກ່ອີຣັກ​ດ້ວຍ​ຮູບ​ການ​ຕ່າງກັນ.