ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-20 12:19:54    
ກອງ​ປະຊຸມ​ລັດຖະ​ມົນຕີ​ກະຊວງ​ພາຍ​ໃນ​ຂອງ​ປະ​ເທດ​ອ້ອມ​ຂ້າງ​ອີຣັກ​ອັດ​ລົງ

cri Author: da
ຕາມ​ຂ່າວCRI: ວັນ​ທີ 19 ກໍລະກົດ, ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຂອງ​ປະ​ເທດ​ອ້ອມ​ຂ້າງອີຣັກຄັ້ງທີ 2 ​ໄດ້​ອັດ​ລົງ​ຢູ່​ອິສດານ​ບູນ ​ເມືອງ​ໃຫຍ່​ກວ່າ​ເພິ່ນ​ຂອງ​ຕວກກີ.ປະກາດ​ແຈ້ງ​ການທີ່​ປະກາດ​ຫຼັງກອງ​ປະຊຸມ​ໄດ້​ກ່າວ​ເນັ້ນວ່າ,ບັນດາ​ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ,ພ້ອມ​ກັນ​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ປະກາດ​ແຈ້ງ​ການ​ຊີ້​ອອກ​ວ່າ,ບັນດາ​ປະ​ເທດ​ຄວນ​ເພີ່ມ​ຄວາມ​ແຮງ​ໃນ​ການ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ,​ເພີ່​ມທະວີ​ການ​ແລກປ່ຽນ​ກັນ,​ແຈ້ງ​ຂໍ້ມູນຂ່າວສານ​ທີ່​ກ່ຽວ​ກັບ​ພວກ​ກໍ່​ການ​ຮ້າຍ​ໃຫ້​ຊາບ​ກັນ,​ແລະ​ໃຊ້​ມາດ​ຕະການ​ພາຍ​ໃນ​ປະ​ເທດ​ຕົນ.ປະກາດ​​ແຈ້ງ​ການກ່າວ​ເນັ້ນວ່າ,ບັນດາ​ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ຄວບ​ຄຸມ​​ເຂດ​ຊາຍ​ແດນ,ປ້ອງ​ກັນ​ບໍ່​ໃຫ້​ພວກ​ກໍ່​ການ​ຮ້າຍ​ສ້າງທີ່ໝັ້ນ ຮັບ​ສະໝັກ​ແລະ​ເຝິກ​​ແອບ​ສະມາຊິກ ວາງ​ແຜນ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ແລະ​ໄດ້​ຮັບ​ການ​ສະໜັບສະໜູນ​ທາງ​ເສ​ດຖະກິດ.ປະກາດ​ແຈ້ງ​ການ​ຍັງ​ຮຽກຮ້ອງ​ຕັດສິນ​ລົງ​ໂທດທ່ານ​ຊາດ​າມ ອະດີດ​ປະທານາທິບໍດີ​ອີຣັກ​ແລະ​ເຈົ້າໜ້າ​ທີ່​ຊັ້ນສູງສ່ວນ​ໜຶ່ງ​ຂອງ​ອົງການອຳນາດການ​ປົກຄອງອີຣັກ​ໃນ​ເມື່ອ​ກ່ອນ​ໂດຍ​ໄວ.