ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-20 17:41:31    
ທ່ານ​ອາບັສກ່າວ​ເຕືອນ​ວ່າ, ຝ່າຍ​ຕ່າງໆ​ຂອງ​ປາ​ເລັສຕີນ​ບໍ່​ຄວນໂຈມ​ຕີ​ເປົ້າໝາຍ​ອິສຣາ​​ແອນ​ຕາມ​ລຳພັງ​ໃຈ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 19 ກໍລະກົດ, ຢູ່​ທີ່​ກາຊາ, ທ່ານ​ອາບັສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ກ່າວ​ວ່າ, ຝ່າຍ​ຕ່າງໆ​ແລະ​ອົງການ​ທັງ​ໝົດ​ຂອງ​ປາ​ເລັສຕີນ​ຕ້ອງ​ເຄົາລົບ​ສັນຍາ​ຢຸດ​ຍິງ​ທີ່​ໄດ້​ຕົກລົງ​ກັນ​ແລ້ວ, ຜູ້​ໃດກໍ​ບໍ່​ຄວນ​ຕ່າວຕີ​ຄືນ​ຕໍ່​ການ​ຮຸກ​ຮານ​ຂອງ​ອິສຣາ​ແອນ​ຕາມ​ລັງ​ພັງ​ໃຈ.

ວັນ​ທີ 19 ກໍລະກົດ, ຢູ່​ທີ່​ກາຊາ, ທ່ານ​ອາບັສ​ເປັນປະທານ​ໄຂ​ກອງ​ປະຊຸມ​ຄະນະບໍລິຫານ​ງານອົງການ​ປົດ​ປ່ອຍ​ແຫ່ງຊາດ​ປາ​ເລັສຕີນ. ຖະ​ແຫລງການ​ທີ່​ປະກາດ​ຫລັງ​ກອງ​ປະຊຸມ​ສັ່ງ​ໃຫ້​ອົງການ​ປາ​ເລັສຕີນ​ທີ່​ກ່ຽວຂ້ອງຕ້ອງ​ທຳ​ການ​ເຄື່ອນ​ໄຫວ​ໃນ​ທັນທີ, ຫລຸດ​ຄວາມ​ເຫັນ​ຂັດ​ກັນ​ລະຫວ່າງ​ບັນດາ​ຝ່າຍ, ປົກ​ປັກ​ຮັກສາ​ຄວາມ​ສາມັກຄີ​​ຊາດແລະ​ເປັນ​ເອກະພາບ​ຂອງ​ປາ​ເລັສຕີນ.

ມື້​ດຽວ​ກັນ, ກະຊວງ​ພາຍ​ໃນ​ປາ​ເລັສຕີນ​ຕິຕຽນ​ຢ່າງ​ຮຸນ​ແຮງ​ຕໍ່​ກອງ​ພົນ​ນ້ອຍ​ຄາ​ຊາມ​ທີ່​ເປັນອົງການ​ປະກອບ​ອາວຸດທີ່​ຂຶ້ນ​ກັບ​ອົງການ​ຮາ​ມັສ ຂະ​ບວນການ​ຕໍ່ຕ້ານ​ອິສລາມ​ປາ​ເລັສຕີນທີ່​ອອກ​ຄຳ​ສັ່ງ​ໃຫ້​ສະມາຊິກ​ຂອງ​ເຂົາ​​ເປັນ​ປໍລະ​ປັກ​ກັບ​ອົງການຮັກສາ​ຄວາມ​ປອດ​ໄພ​ຂອງ​ເຈົ້າໜ້າ​ທີ່.