ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-20 17:44:22    
ອົງການ​ຮາ​ມັສ​ກັບ​ອົງການອານ​ຟາ​ຕາ​ກ້າວ​ເຖິງ​ຂັ້ນຕົກລົງ​ກັນ​ກ່ຽວ​ກັບ​ການສິ້ນ​ສຸດ​ການປະ​ທະ​ກັນ​ດ້ວຍກຳລັງ​ຮຸນ​ແຮງ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ຕອນ​ຮຸ່ງ​ເຊົ້າວັນ​ທີ 20 ກໍລະກົດ, ອົງການ​ອານ​ຟາ​ຕາ ຂະ​ບວນການ​ປົດ​ປ່ອຍ​ຊາດ​ປາ​ເລັສຕີນ​ແລະ​ອົງການ​ຮາ​ມັສ ຂະ​ບວນການ​ຕໍ່ຕ້ານ​ອິສລາມ​ພ້ອມ​ກັນ​ປະກາດ​ວ່າ, ສອງ​ຝ່າຍ​ຈະ​ກ້າວ​ເຖິງ​ຂັ້ນ​ເປັນ​ເອກະ​ສັນ​ກັນ​ກ່ຽວ​ກັບ​ການສິ້ນ​ສຸດ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ຮຸນ​ແຮງ.

ຜູ້ນຳ​ສອງ​ຝ່າຍ​ໄດ້​ຈັດ​ງານ​ຖະ​ແຫລ​ງຂ່າວສັ້ນຢູ່​ກາຊາ, ປະກາດ​ວ່າ, ສອງ​ຝ່າຍ​ເຫັນ​ດີສິ້ນສຸດການເຄື່ອນໄຫວດ້ວຍກຳລັງຮຸນແຮງທຸກຮູບແບບ, ຈະຖອນ​ຜູ້​ປະກອບ​ອາວຸດ​ຂອງ​ໃຜລາວ​ຄືນ​ມາ. ພ້ອມ​ກັນນັ້ນ, ສອງ​ຝ່າຍ​ຍັງ​ຈະ​​ເຊົາ​ການກ່າວໂຈມ​ຕີແລະ​ຈັດການ​ສົນທະນາ​ແກ້​ໄຂ​ຄວາມ​ເຫັນ​ຂັດ​ກັນ. ສອງ​ຝ່າຍ​ຍັງ​ເຫັນ​ດີ​ຈັດການ​ເຈລະຈາ​ຮອບ​ທີ 2, ປະສານ​ງານຫລັກ​ໝັ້ນຕື່ມ​ອີກ.

ໃນ​ຫລາຍ​ມາ​ນີ້, ຍ້ອນ​ຍຶດໝັ້ນໂຈມ​ຕີ​ເປົ້າໝາຍ​ອິສຣາ​​ແອນ, ລະຫວ່າງສະມາຊິກອົງການ​ຮາ​ມັສກັບ​ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ປາ​ເລັສຕີນ​ພ້ອມ​ດ້ວຍ​ສະມາຊິກ​ອົງການອານ​ຟາ​ຕາ​ໄດ້​ເກີດມີການ​ປະ​ທະ​ກັນ​ນອງເລືອດ​ຫລາຍ​ເທື່ອ, ​ເຮັດ​ໃຫ້​ຫລາຍ​ສິບ​ຄົນ​ຕາຍ​ແລະ​ບາດ​ເຈັບ.