ຟິລິບປິນຈະສ້າງຕັ້ງຄະນະກຳມະການສະພາບແທ້ຈິງ, ສຳຫລວດການກ່າວຟ້ອງຕໍ່ປະທານາທິບໍດີພ້ອມດ້ວຍຄອບຄົວ
cri
Author: mo
ຕາມຂ່າວສານຊີນຮວາ: ໜັງສືພິມຂອງມາເລເຊຍສະບັບວັນທີ 20 ກໍລະກົດລາຍງານວ່າ, ວັນທີ 19 ກໍລະກົດ, ທ່ານນາງອາໂລໂຢ ປະທານາທິບໍດີຟິລິບປິນປະກາດວ່າຈະສ້າງຕັ້ງຄະນະກຳມະການສະພາບແທ້ຈິງ, ສຳຫລວດການກ່າວຟ້ອງທີ່ແນໃສ່ທ່ານນາງສໍ້ໂກງໃນການເລືອກຕັ້ງແລະສະມາຊິກຄອບຄົວໄດ້ຮັບຜົນປະໂຫຍດຈາກການພະນັນຢ່າງຜິດກົດໝາຍ.
ຕາມການສຳຫລວດປະຊາມະຕິທີ່ປະກາດໃນວັນທີ 19 ກໍລະກົດລາຍງານວ່າ, ໄທເມືອງເກືອບເຄິ່ງໜຶ່ງຂອງມານີລາເຫັນວ່າ, ທ່ານນາງອາໂລໂຢລາອອກຈາກຕຳແໜ່ງຫລືຖືກກ່າວໂທດແມ່ນວິທີທີ່ດີທີ່ສຸດໃນການຢຸດຕິວິກິດການການເມືອງບັ້ນນີ້.
|
|