ອາເມລິກາຟີລິບປິນເພີ່ມທະວີການຮ່ວມມື,ປ້ອງກັນບໍ່ໃຫ້ມີການຄ້າເຖື່ອນວັດຖຸນີວເຄຼຍຈາກທາງທະເລ
cri
ຕາມຂ່າວສານຊິນຮວາ,ວັນທີ19ກໍລະກົດ,ສະຖານທູດອາເມລິກາປະຈຳຟິບິບປິນປະກາດວ່າ,ອາເມລິກາແລະຟີລິບປິນຈະຮ່ວມມືກັນຕັ້ງອຸປະກອນຢັ່ງແທກວັດຖຸນີວເຄຼຍຢູ່ທ່າກ່ຳປັ່ນມານີລາ,ເພື່ອກວດກາວັດຖຸນີວເຄຼຍແລະວັດຖຸແຜ່ລັງສີອື່ນໆທີ່ເຊື່ອງຊ້ອນໄວ້ໃນສິນຄ້າ,ປ້ອງກັນບໍ່ໃຫ້ມີການຄ້າເຖື່ອນວັດຖຸນີວເຄຼຍຈາກທາງທະເລ.
ມາດຕະການດັ່ງກ່າວແມ່ນປະຕິບັດຕາມສັນຍາຮ່ວມມືປ້ອງກັນບໍ່ໃຫ້ມີການຄ້າເຖື່ອນວັດຖຸນີວເຄຼຍຈາກທາງທະເລທີ່ອາເມລິກາແລະຟີລິບປິນເຊັນກັນ.
ເດືອນມີນາປີນີ້,ອາເມລິກາແລະສິງກະໂປກໍໄດ້ເຊັນສັນຍາຄ້າຍຄືກັນນີ້.
|
|