ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-22 18:23:05    
ສະຖານທູດ​ຈີນ​ປະຈຳ​ສິງ​ກະ​ໂປ​ຈັດ​ງານ​ສົນ​ທະ​ນາ​ລະ​ລຶກ​ສົງ​ຄາມ​ຕໍ່ຕ້ານ​ຍີ່​ປຸ່ນຂອງ​ຈີນ​ໄດ້​ຮັບ​ໄຊ​ຊ​ະນະ​ຄົບ​ຮອບ 60 ປີ

cri Author: mo
ຕາມ​ຂ່າວ​CRI:ວັນ​ທີ 22 ກໍລະກົດ, ສະຖານທູດ​ຈີນ​ປະຈຳ​ສິງກະ​ໂປ​ໄດ້​ຈັດ​ງານ​ສົນທະນາ​ລະ​ລຶກສົງຄາມ​ຕໍ່ຕ້ານ​ຍີ່​ປຸ່ນຂອງ​ຈີນ​ແລະ​ສົງຄາມ​ຕ້ານ​ຟັດ​ຊິກ​ຂອງ​ໂລກ​ໄດ້​ຮັບ​ໄຊຊະນະ​ຄົບຮອບ 60 ປີ.

ໃນ​ງານ​ສົນທະນາ, ທ່ານ​ຈ່າງ​ຢຸນ ​ເອກ​ອັກຄະ​ລັດຖະທູດ​ຈີນ​ກ່າວ​ວ່າ, ຜູ້​ທີ່​ໄດ້​ຜ່ານ​ຜ່າ​ສົງຄາມ​ອັນໂຫດ​ຫ້ຽນ​ນັ້ນ, ​ແມ່ນ​ຮູ້ຈັກ​ຄວາມລ້ຳ​ຄ່າ​ຂອງ​ສັນຕິພາບ. ປະຊາຊົນຈີນ​ຮັກຫອມ​ສັນຕິພາບ, ປະຊາ​ຊາດ​ຈີນ​ຍິດໝັ້ນ​ເດີນ​ໄປ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ. ພ້ອມ​ກັນນັ້ນ, ທ່ານ​ຈ່າງ​ຢຸນກ່າວ​ວ່າ, ​ໃນ​ເວລາ​ລະ​ລຶກສົງ​ຄາມ​ຕໍ່ຕ້ານຍີ່​ປຸ່ນ​ໄດ້​ຮັບ​ໄຊຊະນະ​ແລະ​ໄວ້ອາ​ໄລຜູ້​ເສຍສະຫຼະນັ້ນ, ກໍ​ຄວນ​ຂອບ​ອົກຂອບ​ໃຈນຳ​ປະຊາຊົນ​ຫລາຍ​ປະ​ເທດ ​ໂດຍ​ສະ​ເພາະ​ແມ່ນ​ປະຊາຊົນ​ປະ​ເທດອາຊີ​ອາ​ຄະ​ເນ​ໃຫ້ການ​ຊ່ອຍ​ເຫຼືອສະໜັບສະໜູນຢ່າງບໍ່​ເຫັນ​ແກ່​ຕົວ​​ແກ່​ປະຊາຊົນ​ຈີນ, ​ແລະ​ໄດ້​ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ເຂົ້າ​ໃນ​ສົງຄາມ​ຕ້ານ​ຟັດ​ຊິກ​ຂອງ​ໂລກ.