ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-25 10:50:30    
ຜູ້​ແທນ​ນິກາຍ​ຊີ​ອິດ​ສ່ວນ​ໜຶ່ງ​ໃນ​ຄະນະ​ກຳ​ມະ​ການ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ອີ​ຣັກ​ຂູ່​ວ່າ​ຈະ​ຖອນ​ອອກ​ຈາກ​ຄະ​ນະ​ກຳ​ມະ​ການ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 24 ກໍລະກົດ ຜູ້​ແທນ​ນິກາຍ​ຊີ​ອິດສ່ວນ​ໜຶ່ງ​ໃນ​ຄະນະ​ກຳມະການ​ຮ່າງ​ລັດຖະທຳ​ມະນູນ​ຂອງ​ອີຣັກຂູ່​ວ່າ​,ຖ້າ​ຄະນະ​ກຳມະການ​ບໍ່​ສາມາດ​ເອົາ​ໃຈ​ໃສ່​ຢ່າງ​ເຕັມທີ່​ແລະ​ພິຈາລະນາຄຳ​ຮຽກຮ້ອງ​ທີ່ຜູ້​ແທນ​ນິກາຍ​ຊຸນ​ນິດ​ສະ​ເໜີ​ນັ້ນແລ້ວ,ພວກ​ເຂົາ​ເຈົ້າ​ຈະ​ຖອນ​ອອກ​ຈາກ​ຄະນະ​ກຳມະການ​ເພື່ອ​ສະໜັບ​ສະ​ໜູນ​ຜູ້​ແທນ​ນິກາຍ​ຊຸນນິດ.

ທ່ານອັດ​ນານ ຈາ​ນາ​ບີ ສະມາຊິກ​ຄະນະ​ກຳມະການ​ຮ່າງ​ລັດຖະທຳ​ມະນູນ ຜູ້​ແທນ​ນິກາຍ​ຊີ​ອິດ​ເວົ້າວ່າ,ການ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ຂອງ​ອີຣັກ​ບໍ່​ມີ​ນິກາຍ​ຊຸນ​ນິດ​ເຂົ້າຮ່ວມ​ແມ່ນບໍ່​​ໄດ້,ຖ້າ​ຄະນະ​ກຳມະການ​ຮ່າງ​ລັດຖະທຳ​ມະນູນ​ບໍ່​ປ່ຽນ​ແປງ​ການ​ກະທຳ​ໃນ​ປັດຈຸບັນ,ທ່ານ​ຈະ​ພ້ອມ​ກັນ​ກັບ​ຜູ້​ແທນ​ນິກາຍ​ຊີ​ອິດ​ອີກ 7 ຄົນ​ພິຈາລະນາ​ຖອນ​ອອກ​ຈາກ​ຄະນະ​ກຳມະການ​ຮ່າງ​ລັດຖະທຳ​ມະນູນ.