ຕາມຂ່າວຈາກກະຊວງການຄ້າຈີນ, ຫນັງສືພິມເສດຖະກິດແທມສ໌ຂອງຫວຽດນາມລາຍງານວ່າ,ກະຊວງການຄ້າຫວຽດນາມຄາດຄະເນວ່າ, ປີ 2005,ມູນຄ່າສິນຄ້າຂອງຫວຽດນາມທີ່ສົ່ງອອກໃຫ້ຈີນໄດ້ມີເຖີງ 3 ຕື້ໂດລາສະຫະລັດ,ເມື່ອໄປຮອດປີ 2010 ຈະຫຼາຍເຖິງ 5 ຕື້ 500 ລ້ານໂດລາສະຫະລັດ, ສິນຄ້າຕົ້ນຕໍທີ່ສົ່ງອອກມີ:ນ້ຳມັນດິບ ຖ່ານຫີນ ຢາງພາລາແລະຫມາກມ່ວງຫິມມະພານເປັນຕົ້ນ.
ໃນ 5 ເດືອນຕົ້ນປີນີ້,ຫວຽດນາມໄດ້ສົ່ງສິນຄ້າຂາຍໃຫ້ຈີນລື່ນກາຍ 1 ຕື້ໂດລາສະຫະລັດ,ໃນນັ້ນ ມີນ້ຳມັນດິບ 429 ລ້ານໂດລາສະຫະລັດ,ຖ່ານຫີນ 123 ລ້ານໂດລາສະຫະລັດ,ຢາງພາລາ 112 ລ້ານໂດລາສະຫະລັດແລະຫມາກມ່ວງຫິນມະພານ 31 ລ້ານໂດລາສະຫະລັດ.ມູນຄ່າສິນຄ້າທີ່ນຳເຂົ້າຈາກຈີນໄດ້ມີເຖິງ 2 ຕື້ 100 ລ້ານໂດລາສະຫະລັດ,ສິນຄ້າຕົ້ນຕໍທີ່ຊື້ຈາກຕ່າງປະເທດມີ ນ້ຳມັນແອັດຊັງ ແຜ່ນແພແລະຜ້າຊັບໃນສິ່ງປັ່ນທໍເປັນຕົ້ນ.
|