ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Monday    Apr 28th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-26 11:19:07    
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 38 ​ໄຂ​ປະ​ຊຸມ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 26 ກໍລະກົດ ຢູ່​ວຽງ​ຈັນ ນະຄອນ​ຫຼວງ​ຂອງ​ລາວ​ໄດ້​ໄຂ​ກອງ​ປະຊຸມ​ລັດຖະ​ມົນຕີ​ການ​ຕ່າງປະ​ເທດອາ​ຊຽນຄັ້ງທີ 38, ກອງ​ປະຊຸມ​ຈະ​ດຳ​ເນີນ​ມື້ໜຶ່ງ,​ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ຫຼືຜູ້​ຕາງໜ້າ​ຂອງ 10 ປະ​ເທດ​ອາ​ຊຽນ​ແລະປາ​ປົວນິວກີ​ເນ​,​ຕີ​ມໍ​ຕາ​ເວັນ​ອອກ​ພ້ອມ​ດ້ວຍ​ເລຂາ​ທິການ​​ໃຫຍ່​ກຸ່ມ​ອາ​ຊຽນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ທີ່​ຮ່ວມ​ປະຊຸມ​ຈະ​ເຈາະ​ຈົງ​ຫາລື​ບັນຫາ​ຕ່າງໆ​ເຊັ່ນ​ເຮັດ​ແນວ​ໃດ​ເພີ່ມ​ຄວາມ​ສາມັກຄີ​ພາຍ​ໃນ​ອາ​ຊຽນ,ຊຸກ​ຍູ້​ຂະ​ບວນການ​ອາ​ຊຽນ​ເຊື່ອມ​ໂຍງ​ເຂົ້າກັນ​ແລະ​ຈະ​ພິຈາ​ລະນາ​ຮ່າງ​ກົດ​ບັດ​ກຸ່ມ​ອາ​ຊີ​ຕາ​ເວັນ​ອອກພ້ອມ​ດ້ວຍ​ວາລະ​ປະຊຸມ​ແລະ​ປະ​ເທດ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ຄັ້ງ​ປະຖົມ​ມະ​ເລີກ​ທີ່​ຈະ​ໄຂ​ຂຶ້ນ​ໃນ​ທ້າຍ​ປີ​ນີ້. ກອງ​ປະຊຸມ​ຍັງ​ຈະ​​ເຊັນ​ເອກະສານ​ຕ່າງໆ​ເຊັ່ນ"ສັນຍາ​ກ່ຽວ​ກັບ​ການ​ຕັ້ງກອງ​ທຶນ​ພັດທະນາ​ອາ​ຊຽນ"​ເປັນຕົ້ນ,​ແລະ​ຈະ​ອອກ​ຖະ​ແຫຼງການ​ປະທານ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040