ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-02 16:49:36    
ຮອງ​ປະ​ທານ​ປະ​ເທດ​ລາວ​ພົບ​ປະ​ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ​ຈີນ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 1 ​ກໍ​ລະ​ກົດ ຢູ່​ວຽງ​ຈັນ ທ່ານ​ຈູມ​ມະ​ລີ ​​ໄຊ​ຍະ​ສອນ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ຮອງ​ປະ​ທານ​ປະ​ເທດ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ພົບ​ຂອງ​ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ນຳ​ໂດຍ​ທ່ານ​ມາວ​ລິນ​ຄຸ່ນ ຮອງ​ຫົວ​ໜ້າ​ຫ້ອງ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຢ່າງ​ສະ​ໜິດ​ສະ​ໜົມ.

​ໃນ​ເວລາ​ພົບ​ປະ,ທ່ານ​ຈູມ​ມະ​ລີ​ເວົ້າວ່າ​,​ໃນຫຼາຍປີ​ມາ​ນີ້,ຜູ້ນຳຊັ້ນສູງ​ຂອງ​ສອງ​ພັກ​ສອງ​ລັດ​ລາ​ວຈີນ​ໄດ້​ຢ້ຽມຢາມ​ກັນ​ເລື້ອຍໆ,ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ຕ່າງໆ​ກໍເພີ່ມ​ຂຶ້ນ​ເລື້ອຍໆ​ ​ແລະ​ໄດ້​ຮັບ​ໝາກຜົນ​ໃໝ່. ພັກ​ປະຊາຊົນ​ປະຕິວັດ​​ແລະ​ລັດຖະບານ​ລາວ​ຈະ​ເຮັດ​ຄື​ແຕ່​ເກົ່າ​ເມືອຫຼັງ​ສະໜັບ​ສະໜູນ​ຈີນ​ດຳ​ເນີນ​ການ​ປະຕິ​ຮູບ​,​ໄຂ​ປະຕູ​ສູ່​ພາຍ​ນອກ​ແລະ​ນະ​ໂຍບາຍ​ຈີນ​ດຽວ​.​ໃນ​ເວລາ​ພົບ​ປະ,ທ່ານ​ມາວລິນ​ຄຸ່ນກ່າວ​ວ່າ,​ໃນ​ຫຼາຍປີ​ມາ​ນີ້ ການ​ພົວພັນ​ລະຫວ່າງ​ສອງ​ພັກ​ລັດໄດ້​ປັບປຸງ​ແລະ​ຂະຫຍາຍຕົວ​ເລື້ອຍໆ. ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ລາວ,ທຳ​ຄວາມ​ພະຍາຍາມ,​ຊຸກ​ຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂະຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.