ກົມການບິນອະວະກາດອາເມລິກາຕົກລົງສ້ອມແປງຍານອະວະກາດດິສຄອບເວີລີຢູ່ອະວະກາດ
cri
Author: li
ຕາມຂ່າວສານຊິນຮວາ: ວັນທີ 1 ສິງຫາ ເວລາທ້ອງຖິ່ນ,ກົມການບິນອະວະກາດອາເມລິກາຕົກລົງວ່າ,ທ່ານສະຕີເວິນ ໂລບິນເຊິນ ນັກບິນອະວະກາດຈະສ້ອມແປງອຸປະກອນສອງແຜ່ນທີ່ຍັດໃສ່ຮູຊ່ອງຫວ່າງຂອງກະເບື້ອງກັນຄວາມຮ້ອນທີ່ເດ່ອອກມາຢູ່ທ້ອງຍານອະວະກາດຢ່າງບໍ່ເປັນລະບຽບ. ນີ້ແມ່ນຍານອະວະກາດຂອງອາເມລິກາສ້ອມແປງຢູ່ອະວະກາດເປັນຄັ້ງທຳອິດ.
|
|