ມາເລເຊຍ ສິງກະໂປ ອິນໂດເນເຊຍຈະລາດຕະເວນປະສານງານທາງອາກາດຢູ່ຊ່ອງແຄບມາລັກກາ
cri
Author: da
ຕາມຂ່າວCRI: ວັນທີ 2 ສິງຫາ,ມາເລເຊຍ ສິງກະໂປແລະອິນໂດເນເຊຍເຫັນດີນຳກັນວ່າ,ສາມປະເທດຈະດຳເນີນການລາດຕະເວນປະສານງານທາງອາກາດຢູ່ຊ່ອງແຄບມາລັກກາກ່ອນເດືອນກັນຍາປີນີ້,ເພື່ອເພີ່ມທະວີວຽກງານປ້ອງກັນຄວາມປອດໄພຂອງຊ່ອງແຄບດັ່ງກ່າວ.
ຕາມໜັງສືພິມຢາກາກຕາໂພສ໌ຂອງອິນໂດເນເຊຍລາຍງານ,ນີ້ແມ່ນຝ່າຍທະຫານຂອງມາເລເຊຍ ສິງກະໂປກັບອິນໂດເນເຊຍປະກາດຫຼັງການເຈລະຈາມື້ທີສອງທີ່ຈັດຂຶ້ນຢູ່ກົວລາລຳເປີ ນະຄອນຫຼວງມາເລເຊຍ.
|
|