ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-05 17:17:40    
ນາຍົກ​ລັດ​ຖະມົນ​ຕີອີຣັກປະ​ກາດ​ແຜນ​ການ​ຄວາມ​ປອດ​ໄພ

cri Author: da
ຕາມ​ຂ່າວສານ​ຊິນຮວາ: ວັນ​ທີ 4 ສິງຫາ ທ່ານ​ຈາ​ຟາ​ລີ ນາຍົກລັດຖະມົນຕີລັດຖະບານ​ຂ້າມ​ຜ່ານ​ອີຣັກ​ໄດ້​ປະກາດ​ແຜນການ​ຄວາມ​ປອດ​ໄພ 12 ຂໍ້​ທີ່​ໝາຍ​ຈະ​ຮັບ​ມື​ກັບ​ກອງ​ປະກອບ​ອາວຸດ​ຕ້ານ​ອາ​ເມລິ​ກາຢູ່​​ໃນ​ແດນອີຣັກ.​ແຕ່​ທ່ານ​ບໍ່​​ໄດ້​ບອກ​ຈະ​ປະຕິບັດ​ແຜນກາ​ນຄວາມ​ປອດ​ໄພ​ເຫຼົ່າ​ນີ້​ແນວ​ໃດ.

​ແຜນ​ການ​ຄວາມ​ປອດ​ໄພ​ໃໝ່​ລວມທັງ​ການ​ປັບປຸງ​ການ​ປະສານ​ງານລະ​ຫວ່າງ​ພະ​ແນ​ກຂ່າວ​ກອງ ​ຈັດຕັ້ງ​ຫ້ອງ​ການ​ຂ່າວ​ກອງ​ສົງຄາມ ປັບປຸງ​ຄວາມ​ປອດ​ໄພ​ຢູ່​ເຂດ​ຊາຍ​ແດນດ້ວຍ​ການ​ຮ່ວມ​ມື​ສາກົນ​​ແໜ້ນ​ແຟ້ນ​ກວ່າ​ເກົ່າ ​ແລະ​ວາງ​ແຜນ​ການ​ເສດຖະກິດ​ເພື່ອ​ໂຈມ​ຕີກອງ​ປະກອບ​ອາວຸດ​ຕ້ານ​​ອາ​ເມ​ລິ​ກາ​ເປັນ​ຕົ້ນ.​ພ້ອມ​ກັນນັ້ນ ​ແຜນ​ການ​ຍັງ​ຮຽກ​ຮ້ອງ​​ໃຫ້ສ້າງ​ຕັ້ງລະ​ບົບ​ຍຸດຕິ​ທຳ​ທີ່​ທ່ຽງ​ທຳ​ແລະມີປະ​ສິດທິ​ພາບ​ສູງກ​ວ່າ​ເກົ່າ,​ເພື່ອ​ປ່ອຍ​ສາມັນ​ຊົນຜູ່ບໍ່​ມີ​ໂທດ​ຫຍັງ​ທີ່​ຖືກ​ກັກ​ຂັງ​ໂດຍ​​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.​ແຜນການ​ຍັງ​ສະ​ເໜີ​ອອກ​ມາ​ວ່າ,ຈະ​​ໃຫ້​ປວງ​ຊົນ​ເຂົ້າຮ່ວມ​ຂະ​ບວນວິວັດ​ການ​ເມືອງ​​ຫຼາຍ​​ກວ່າ​ເກົ່າ,ສະ​ເໜີ​ຍັດຕິ​ນິຕິບັນ​ຍັດທີ່​ເພີ່ມ​ທະວີ​ຄວາມ​ສາມັກຄີ​ແຫ່ງ​ຊາດ.