ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-05 17:21:06    
ສະພາ​ຄວາມ​ໝັ້ນ​ຄົງ​ຮຽກ​ຮ້ອງ​ປະຊາ​ຄົມ​ໂລກ​ຊ່ອຍ​ອີຣັກ​ຮັບ​ປະກັນ​ໃຫ້​ຂະ​ບວນ​ວິວັດ​ການ​ເມືອງ​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​​ໃສ

cri Author: da
ຕາມ​ຂ່າວCRI: ວັນ​ທີ 4 ສິງຫາ ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ​ໄດ້​​ເປັນ​ເອກະ​ສັນ​ກັນ​ຜ່ານ​ມະຕິ​ເລກ 1618, ຮຽກ​ຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ພ້ອມ​ກັນ​ທຳ​ຄວາມ​ພະຍາຍາມ,​ຊ່ອຍ​ອີຣັກ​ຮັບປະ​ກັນ​ໃຫ້​ຂະ​ບວນ​ວິວັດ​ການ​ເມືອງ​ຂະຫຍາຍ​ຕົວ​ຢ່າງ​ປອດ​​​​ໃສ.

ມະຕິ​ສະບັບ​ນີ້​​ໄດ້​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດ​ການ​ຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທີ່​ເກີດ​ຂຶ້ນ​ຢູ່​ອີຣັກ​ຢ່າງ​ລຽນຕິດ​ໃນ​ຫວ່າງ​ມໍ່ໆ​ນີ້,ກ່າວ​ເນັ້ນວ່າ​ ເດັດ​ຂາດ​ບໍ່​ອະນຸຍາດ​ໃຫ້​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ທຳ​ລາຍຂະ​ບວນ​ການ​ສ້າງ​ສາການ​ເມືອງ​ຂອງ​ອີຣັກ​ຄືນ​ໃໝ່​ ຊື່​ງລວມ​ທັງ​ການ​ວາງ​ລັດ​ຖະທຳ​ມະນູນ​ແລະ​ການ​ເອົາ​ປະຊາ​ມະຕິທົ່ວ​ປວງ​ຊົນ.ມະຕິ​ຍັງ​​ເຕທອນ​ໃຫ້​ບັນ​ດາປະ​ເທດ​ສະມາຊິກ​ສະຫະ​ປະຊາ​ຊາດ​ໃຊ້​ມາດ​ຕະການ​ທີ່​ບັງ​ເກີດ​ຜົນ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ,ປ້ອງ​ກັນ​ບໍ່​ໃຫ້ພວກ​ກໍ່​ການ​ຮ້າຍ​ໄດ້​ອາວຸດ​ຫຼື​ທຶນອຸດ​ໜູນ.