ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-08 14:37:59    
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ອິສຣາ​ແອນ​ລາ​ອອກ​ຈາກ​ຕຳ​ແໜ່​ງ ວົງ​ການ​ຕ່າງ​ໆ​ຂອງ​ອິສຣາ​ແອນປະຕິ​ກິ​ລິ​ຍາ​ຕ່າງ​ກັນ

cri

ຕາມ​ຂ່າວCRI: ວັນ​ທີ 7 ສິງຫາ, ທ່ານ​ເນ​ທານ​ຢາ​ຮູ ລັດຖະມົນຕີ​ກະຊວງ​ການ​ເງິນ​ອິສຣາ​ແອນ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງຍ້ອນ​ຄັດຄ້ານ​ແຜນການຖອນ​ຄືນ​ແຕ່​ຝ່າຍ​ດຽວ.

ຕາມ​ໄດ້​ຊາບ, ທ່ານ​ເນ​ທານ​ຢາ​ຮູ ລັດຖະມົນຕີ​ກະຊວງ​ການ​​ເງິນ ສະມາຊິກ​ກຸ່ມລີ​ກຸດ​ປີກ​ຂວາ ​ແມ່ນ​ຍື່ນ​ໃບ​ຂໍລາ​ອອກ​ຈາກ​ຕຳ​ແໜ່​ງ​​ກ່ອນ​ຄະນະ​ລັດຖະບານກຽມ​ລົງ​ຄະ​ແນນ​ສຽງ​ກ່ຽວ​ກັບ​ແຜນການ​ຖອນ​ຄືນ​ແຕ່​ຝ່າຍ​ດຽວ​ໃນ​ມື້​ດັ່ງກ່າວ. ຕອນ​ຄ່ຳ​ວັນ​ທີ 7 ສິງຫາ, ທ່ານ​ຊາ​ໂລງ ນາຍົກລັດຖະມົນຕີອິສຣາ​ແອນ​ໄດ້​ແຕ່​ງຕັ້ງທ່າ​ນ​ໂອ​​ເມີດ ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີກະ​ກວງ​ອຸສາ​ຫະກຳ​ການ​ຄ້າ​ເປັນ​ລັດຖະມົນຕີ​ກະຊວງ​ການ​ເງິນ. ທ່າ​ນຊາ​ໂລງ​ພ້ອມທັງ​ກ່າວ​ວ່າ, ​ແຜນການ​ຖອນ​ຄືນ​ແຕ່​ຝ່າຍ​ດຽວຈະ​ປະຕິບັດ​ຕາມ​ເວລາກຳນົດ, ນະ​ໂຍບາຍ​ເສດຖະກິດທີ່​ມີ​ຢູ່​ແລ້ວ​ຂອງ​ອິສຣາ​ແອນ​ກໍ​ຈະ​ບໍ່​ປ່ຽນ​ແປງ​ຍ້ອນ​ທ່ານ​ເນ​ທານ​ຢາ​ຮູ​ລາ​ອອກ​ຈາກ​ຕຳ​ແໜ່ງ.

ພາຍຫຼັງຂ່າວ​ທີ່​ທ່ານ​ເນ​ທານ​ຢາ​ຮູ ລາອອກ​ຈາ​ຕຳ​ແໜ່​ງ​​ໄດ້​ຊ່າ​ລື່​ອອກ​ມາແລ້ວ, ​​ໄດ້​ເກີດ​ມີປະຕິກິລິຍາ​ຕ່າງ​ກັນ​ໃນ​ວົງ​ການ​ການ​ເມືອງອິສຣາ​ແອນ. ນັກ​ການ​ເມືອງ​ປີກ​ຊ້າຍ​ຕິຕຽນ​ຢ່າງ​ເຂັ້ມ​ງວດ​ວ່າທ່ານ​ເນ​ທານ​ຢາຮູ​ລາ​ອອກ​ຈາກ​ຕຳ​ແໜ່​ງ​ແມ່ນ​​ເອົາຜົນ​ປະ​ໂຫຍດສ່ວນ​ຕົວວາງ​ໄວ້​ຢູ່​ເໜືອ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ. ​ແຕ່​ບຸກຄົນ​ປີກ​ຂວາ​ທີ່​ຄັດ​ຄ້ານ​ແຜນການ​​ແຕ່​ຝ່າຍ​ດຽວ​ຜັດ​ສະໜັບສະໜູນ. ຂ່າວ​ດັ່ງກ່າວຍັງ​ໄດ້​ກະທົບກະ​ເທືອ​ນ​ເຖິງ​ເສດຖະກິດ​ຂອງ​ອິສຣາ​ແອນ, ຕົວ​ເລກ​ດັດຊະນີ​ລາຍ​ຕ່າງໆ​ຂອງ​ຕະຫຼາ​ດຊື້​ຂາຍ​ບັດ​ຫຸ້ນ​ສ່ວນ​ເຕ​ລາ​ເວ​ຟ ​ໃນ​ວັນ​ທີ 7 ສິງຫາລ້ວນ​ແຕ່​ຫຼຸດ​ລົງ.