ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-12 11:40:38    
ຜູ້​ຕາງໜ້າຈີນ​ຮຽກຮ້ອງ​​ໃຫ້ອີ​ລານ​ກັບ​ສະຫະພາບ​ເອີ​ລົບ​ສືບ​ຕໍ່ຈັດການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ

cri Author: min
ຂ່າວສານ​ຊີ​ນຮວາລາຍ​ງານ​ວ່າ: ວັນ​ທີ 11 ສິງຫາ ທ່ານ​ອູ​ຮາ​ຍລົງ ຜູ້​​ຕາງໜ້າ​ຈີນ​ປະຈຳສຳນັກ​ງານສະຫະ​ປະຊາ​ຊາດ​​ແລະ​ອົງການຈັດ​ຕັ້ງ​ສາກົນ​ອື່ນໆຢູ່ກຸງວຽນ​ ​ໄດ້​ກ່າວ​ລື້​ມຫຼັກໝັ້ນຂອງຈີນ​ໃນ​ບັນ​ຫານິວ​ເຄຼຍອີ​ລານ ​ແລະຮຽກຮ້ອງ​ໃຫ້​ອີ​ລານ​ກັບ​ສະຫະພາບ​ເອີ​ລົບສະ​ແຫວ​ງຫາການ​​ແກ້​ໄຂ​ບັນຫາ​ນິວ​ເຄຼຍອີ​ລານ​ໃນ​ທີ່ສຸດ​​ໂດຍ​ຜ່ານ​ຈາກການ​ເຈລະຈາ

ພາຍຫຼັງກອງ​ປະ​ຊຸມ​ດ່ວນ​ຂອງຄະນະ​ກຳມະການ​ອົງການພະລັງງານ​ປະລະ​ມານຸ ສາກົນ​​ໄດ້​ຜ່ານ​ມະຕິ​ສະບັບໜຶ່ງກ່ຽວ​ກັບ​ບັນຫາ​ນິວ​ເຄຼຍອີ​ລານ​ໃນ​ວັນ​ທີ 11 ສິງຫາ​ແລ້ວ ທ່ານອູ​ຮາ​ຍລຸງ​ເວົ້າ​ວ່າ ຈຸດ​ປະສົງທີ່ຈີນ​ເຫັນ​ດີ​ນຳ​ມະຕິ​ສະບັບນີ້​ແມ່ນ ​ຫວັງ​ໃຫ້ມະຕິສະບັບນີ້​ຈະ​ມີ​ຜົນ​ດີ​ຕໍ່ສາມ​ປະ​ເທດ​ສະຫະພາບ​ເອີ​ລົບ​ກັບ​ອີ​ລານ​ສືບ​ຕໍ່​ຈັດການສົນທະນາ​ຫຼືການ​ເຈລະຈາພາຍ​ໃນຂອບອົງການ​ພະ​ລັງ​ງານປະລະ​ມານຸສາກົນ ​ເພື່ອ​ຊອກ​ຫາ​ວິທີ​ແກ້​ໄຂທີ່​ສົມ​ເຫດ​ສົມ​ຜົນແລະສາມາດ​ຕອບ​ສະໜອງ​ຄວາມສົນ​ໃຈຂອງ​ທຸກ​ຝ່າຍ