ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-12 14:10:11    
ທ່ານ​ອານ​ນານ​ຮຽກ​ຮ້ອງ​ໃຫ້​ຜູ່​ນຳ​ຝ່າຍ​ຕ່າງໆ​ອີ​ຣັກ​ກ້າວ​ເຖິງ​ຂັ້ນ​ເປັນ​ເອ​ກະ​ສັນ​ກັນ​ໃນ​ບັນ​ຫາ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ໂດຍ​ໄວ

cri

ຕາມ​ຂ່າວCRI: ວັນ​ທີ 11 ສິງຫາ, ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼ​ງການ​ໂດຍ​ຜ່ານ​ໂຄສົກ​ຂອງ​ທ່ານ, ສະ​ແດງຄວາມ​ເອົາ​ໃຈ​ໃສ່​ຢ່າງ​ໃກ້ຊິດຕໍ່​ຂະ​ບວນວິວັດວຽກ​ງານ​ຮ່າງ​ລັດຖະທຳ​ມະນູນ​​ສະບັບໃໝ່​ຂອງອີຣັກ.

ຖະ​ແຫຼ​ງການ​ຮຽກຮ້ອງ​​ໃຫ້ຜູ່​ນຳ​ການ​ເມືອງ​ ຜູ່​ນຳສາສະໜາ​ແລະ​ຜູ່​ນຳ​​ ອົງການ​ຈັດ​ຕັ້ງ​ພື້ນ​ເມືອງ​ຈົ່ງ​ຄຳນຶງເຖິງພາກ​ສ່ວນ​ທັງ​ໝົດ, ຖື​ຄວາມ​ປາຖະໜາ​ທາງການ​ເມືອງ​ອັນ​ດີງາມ​ເປັນ​ເດີມ​ພັນບັນການລຸ​ປະນີປະນອມກັນ​ໃນ​ຫຼາຍ​ມື້​ຂ້າງ​ໜ້າ​ນີ້, ສຳ​ເລັດ​ວຽກ​ງານ​ຮ່າງ​ລັດຖະທຳ​ມະນູນ​ຖາວອນ​ຂອງ​ອີຣັກຕາມ​ເວລາ​ກຳນົດ.

ວັນ​ທີ 15 ສິງຫາ​ແມ່ນ​ເວລາ​ສຸດ​ທ້າຍ​ທີ່​ອີຣັກ​ຮ່າງ​ລັດຖະທຳ​ມະນູນສະບັບ​ໃໝ່, ປັດຈຸບັນ​ສະມາຊິກຄະນະ​ກຳ​ມະ​ການ​ຮ່າງ​ລັດຖະທຳ​ມະ​ນູນອີຣັກຍັງ​ມີຄວາມ​ຖົກ​ຖຽງກັນ​ຂ້ອງ​ຂ້ານຫຼາຍ​ໃນ​ຫຼາຍ​ບັນຫາ.