ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-16 16:28:16    
ບາງ​ປະ​ເທດ​ຈັດການ​ເຄື່ອນ​ໄຫວ​ລະ​ລຶກສົງຄາມ​ໂລກ​ຄັ້ງ​ທີ​ສອງ​ໄດ້ຮັບ​ໄຊ​ຊະນະ​ຄົບຮອບ 60 ປີ

cri

ຕາມຂ່າວສານ​ຊິນ​ຮວາ,ວັນ​ທີ 15 ສິງຫາ,ບາງ​ປ​ະ​ເທດ​ໄດ້​ທະຍອຍ​ກັນຈັດການ​ເຄື່ອນ​ໄຫວ,ລະ​ລຶກສົງຄາມ​ໂລກ​ຄັ້ງ​ທີ​ສອງ​ໄດ້​ຮັບ​ໄຊ​ຊະນະ​ຄົບ ຮອບ 60 ປີ.ສື່​ມວນ​ຊົນຈຳນວນ​ຫນຶ່ງກໍພິມ​ບົດ​ນຳ​ແລະ​ບົດ​ຄວາມ,ອາ​ໄລ​ຫາ​ຜູ່​ເສຍສະຫຼະ​​ໃນ​ສົງຄາມ​  ຮຽກຮ້ອງ​ໃຫ້ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ໂລກ
      ວັນ​ທີ 15 ສິງຫາ, ຢູ່​ທີ່​ນະ​ຄອນຫຼວງ​ແຄນ​ເບີ​ຮາ ,ອົສຕຼາລີ​ໄດ້​ຈັດ​ພິທີ​  ລະ​ລຶກສົງຄາມ​ປາຊີ​ຟິກ​ໄດ້​ຮັບ​ໄຊຊະນະ,ນັກ​ລົບ​ເກົ່າ​ປະມານ 1500 ຄົນ​ແລະ​ບຸກຄົນ​ວົງ​ການ​ຕ່າງໆ​ປະມານ 4000 ຄົນ​ໄດ້​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ.


ໃນ​ມື້​ດຽວ​ກັນ,ຢູ່​ຫນ້າ​ອະນຸສາວະລີວິລະ​ຊົນ​ຕໍ່ຕ້ານ​ຍີ່​ປຸ່ນຂອງ​ຊາວ​ຈີນຢູ່ຟິລິບ​ປິນ,ນັກ​ລົບ​ເກົ່າຊາວ​ຈີນ​ແລະ​ນັກ​ລົບ​ເກົ່າຟິລິບ​ປິນຫຼາຍ​ສິບ​ຄົນ​ໃນ​​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ໄດ້​ເຕົ້າ​ໂຮມ​ກັນ​ອີກ​ເທື່ອ​ຫນຶ່ງ ພ້ອມ​ກັນອາ​ໄລ​ຫາເພື່ອນ​ຮ່ວມ​ລົບ​​ແຕ່ກ່ອນ,ຫວນ​ຄືນຄວາມ​ປິ​ຕິ​ຊົມ​ຊື່ນ​​​ໃນ​ເວລາ​ໄດ້​ຮັບ​ໄຊ​ຊະນະ​ໃນ​ຄາວ​ນັ້ນ. 


ນອກ​ນີ້,ສື່​ມວນ​ຊົນ​ຂອງ​ບາງ​ປະ​ເທດ​ກໍໄດ້​ລະ​ລຶກສົງຄາມ​ບັ້ນ​ນີ້​ດ້ວຍ​ຮູບ​ການ​ປະກາດບົດ​ນຳ​ແລະ​ບົດ​ຄວາມ,ວັນ​ທີ 15 ສິງຫາ,ຫນັງສືພິມ​ໂລກ​ລາຍ​ວັນ ຫນັງສືພິມ​ພາ​ສາ​ຈີນ​ຂອງ​ຟິລິບ​ປິນ​ໄດ້​ພິມ​ບົດ​ນຳ,​ເຕືອນ​ໃຫ້​ຄົນ​ທັງຫຼາຍ​ເອົາ​ໃຈ​ໃສ່​ຢ່າງ​ໃກ້ຊິດ​ລະວັງ​ລັດທິລັດຖະທະຫານ​ຍີ່​ປຸ່ນອາດ​ຈະ​ຟື້ນຊີບ​ຄືນມາ,ທຳຮ້າຍ​ປະຊາຊົນ​ຂອງ​ບັນດ​າປະ​ເທດ​ອາຊີ​ອີກ​ເທື່ອ​ຫນຶ່ງ​.


   ວັນ​ທີ 15 ສິງຫາ,ຫນັງສືພິມ​​ເອຊຽນ​ເດ​ລີ​ໄດ້ພິມ​ບົດ​ນຳ,​ເຕືອນ​ໃຫ້​ຄົນ​ທັງຫຼາຍ​ຢ່າ​ລືມ​ປະຫວັດສາດ