ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-16 17:15:44    
ສະ​ຖານ​ທູດ​ຈີນ​ປະ​ຈຳ​ຫຼາຍ​ປະເທດ​ຈັດ​ການ​ເຄື່ອນ​ໄຫວ​ລະ​ລຶກ​ສົງ​ຄາມ​ຕໍ່​ຕ້ານ​​ຍີ່ປຸ່ນ​ໄດ້ຮັບ​ໄຊຊະ​ນະຄົດ​ຮອບ​60ປີ

cri
ຕາມຂ່າວcri:ວັນ​ທີ15ສິງ​ຫາສະຖານ​ທູດຈີນ​ປະຈຳ​ໄທ​ອິນເດຍ​ແລະ​ລັດເຊຍ​ຕ່າງໄດ້​ຈັດການ​ເຄື່ອນ​ໄຫວລະ​ລຶກ​ສົງຄາມ​ປະຊາ​ຊົນ​ຈີນ​ຕໍ່ຕ້ານ​ຍີ່ປຸ່ນ​ແລະ​ສົງຄາມ​ຕ້ານ​ຟັດຊິດ​ຂອງ​ໂລກ​ໄດ້ຮັບໄຊ​ຊະນະຄົບ​ຮອບ​60ປີ.


ສະຖານ​ທູດ​ຈີນປະ​ຈຳ​ໄທ​ໄດ້​ຈັດງານ​ລະລຶກ

ໃນຕອນ​ຄ່ຳມື້ວ​ານນີ້,​ສະຖານ​ທູດ​ຈີນປະ​ຈຳ​ໄທ​ໄດ້​ຈັດງານ​ລະລຶກ​ທ່ານ​ຈາງ​ຈິວ​ຮວນ​ເອກອັກ​ຄະລັດ​ຖະທູດ​ຈີນ​ປະຈຳໄທ​ກ່າວຄຳ​ປາໄສວ່າ,​ຈີນເຄີຍ​ປະກອບ​ສ່ວນອັນ​ຫຼາຍຫຼວງ​ເຂົ້າໃນ​ສົງຄາມ​ຕ້ານຟັດ​ຊິດຂອງ​ໂລກ, ຈີນໃນ​ຊູ່​ມື້ນີ້​ໄດ້ກາຍ​ເປັນ​ແລະ​ຈະສືບ​ຕໍ່ເປັນ​ກຳລັງ​ແກ່ນ​ກາງ​ແງ່ໜຶ່ງ​ທີ່ປົກ​ປັກຮັກ​ສາສັນຕິ​ພາບ​ຂອງໂລກ​ແລະ​ຊຸກ​ຍູ້ການ​ພັດ​ທະ​ນາໄປ​ພ້ອມກັນ.



ສະຖານ​ທູດ​ຈີນປະ​ຈຳ​ໄທ​ໄດ້​ຈັດງານ​ລະລຶກ


ມື້ດຽວ​ກັນ,ສະຖານ​ທູດຈີນ​ປະ​ຈຳອິນເດຍ​ໄດ້ຈັດ​ງານຟັງ​ລາຍງານ,ທ່ານ​ຊູ່ນເຢິ້ສີ​ເອກອັກ​ຄະລັດ​ຖະທູດ​ຈີນປະ​ຈຳອິນເດຍ​ໄດ້ກ່າວ​ວ່າ,ລະລຶກ​ສົງຄາມ​ຕໍ່ຕ້ານ​ຍີ່ປຸ່ນ​ໄດ້ຮັບ​ໄຊຊະນະ​60ປີບໍ່​ສະເພາະ​ແມ່ນ​ຫວນຄືນ​ປະ​ຫວັດສາດທໍ່​ນັ້ນ, ຫາກ​ມີຄວາມ​ໝາຍຕົວ​ຈິງອັນ​ສຳຄັນ​ສະຖາ​ນະການ​ຈີນແລະ​ໂລກໃນ​ສະເພາະ​ໜ້ານີ້.