ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-18 17:14:34    
ທ່າ​ນອານ​ນານກ່າວ​ປະນາມ​ເຫດການ​ຫຼອນ​ໂຈມ​ຕີ​ດ້ວຍ​ການລະ​ເບີດ​ຕໍ່​ເນື່ອງ​ກັນທີ່​ເກີດ​ຂຶ້ນ​ຢູ່​ບັງ​ກະລາ​ເດັດ

cri

 ຕາມ​ຂ່າ​ວສານ​ຊິນ​ຮວາ,ວັນ​ທີ 17 ສິງຫາ,ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຜ່ານ​ໂຄສົກ​ຂອງ​ທ່ານ​ອອກ​ຖະ​ແຫຼ​ງການ​,ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່ເຫດການ​ຫຼອນ​ໂຈມ​ຕີ​ດ້ວຍ​ການລະ​ເບີດຕໍ່​ເນື່ອງ​ກັນທີ່​ເກີດ​ຂຶ້ນ​ຢູ່​ບັງ​ກະລາ​ເດັດ.


ທ່ານ​ອານ​ນານ​ກ່າວ​ວ່າ,ທ່ານ​ໄດ້​ຮູ້ສຶກ​ຄວາມ​ຄຽດ​ແຄ້ນ​ແຫນ້ນ​ໃຈ​ທີ່ເຫດການ​ກຳລັງ​ຮຸນ​ແຮງ​​ເທື່ອ​ນີ້ທີ່​ເຮັດ​ໃຫ້​ສາມັນ​ຊົນ​ຈຳນວນ​ຫຼວງ​ຫຼາຍ​ເສຍ​ຊີວິດ​ແລະ​ບາດ​ເຈັບ​,ຫວັງ​ໃຫ້​ລັດຖະບານ​ບັງ​ກະລາ​ເດັດ​ຈັບຕົວ​ຜູ່​ກໍ່​ເຫດແລະ​ລົງ​ໂທດ​ພວກ​ເຂົາ​ຕາມ​ກົດຫມາຍ​ໂດຍ​ໄວ​​ເທົ່າ​ທີ່​ຈະ​ໄວ​ໄດ້

ຕາມ​ຂ່າວ​ແຈ້ງວ່າ,ວັນ​ທີ 17 ສິງຫາ,ຢູ່ນະຄອນຫຼວງ​ດັກ​ກາ​ຂອງ​ບັງ​ກະລາ​ເດັດ​ແລະ 58 ​ເມືອງ​ໃນ 64 ​ເມືອງ​ທົ່ວ​ປະ​ເທດ​ໄດ້​ເກີດ​ເຫດການ​ຫຼອນ​ໂຈມ​ຕີ​ດ້ວຍ​ການລະ​ເບີດ​ຕໍ່​ເນື່ອງ​ກັນ,ຈົນ​ຮອດ​ດຽວ​ນີ້​,ຢ່າງ​ຫນ້ອຍມີ 2 ຄົນ​ເສຍ​ຊີວິດ​ແລະ 130ກວ່າ ຄົນ​ບາດ​ເຈັບ