ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-18 17:23:36    
ອິສລາ​ແອນ​ກ່າວ​ວ່າ ການປະຕິບັດ​ແຜນການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ໄດ້​ດຳ​ເນີນ​ໄປຢ່າງ​ສະດວກ

cri

ຕາມ​ຂ່າວCRI ,ວັນ​ທີ 17 ສິງຫາ,ທ່ານລາ​ນານ ກິດ​ຊິນ ຜູ່​ຊ່ອຍ​ຊັ້ນ​ສູງ​ຂອງ​ທ່ານ​ຊາ​ລອນ ນາຍົກລັດ ຖະມົນ ຕີອິສລາ​ແອນ​ກ່າວ​ວ່າ,ປະຈຸ​ບັນ,​ການ​ປະຕິບັດ ແຜນການ​ການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ຂອງອິສລາ​ແອນ​ໄດ້​ດຳ​ເນີນ​ໄປຢ່າງ​ສະດວກ.


ທ່ານ​ກິດຊິນ​ກ່າວ​ວ່າ,​ໃນ​ເວລາທະຫານ​​ອິສລາ​ແອນແລະ​ຊາວ​ຢິວ​ສ່ວນ​ຫຼາຍ​ຖອນ​ຫນີ​ນັ້ນ,​ໄດ້​ຮັກສາ​ຄວາມ​ອັດ​ກັ້ນ​ໄວ້​ໃນ​ລະດັບ​ໃດ​ຫນຶ່ງ,​ໃນ​ເວລາ​ຖອນ​ຫນີ,ອິສລາ​ແອນ​ຍັງ​​ໄດ້​ຮັກສາ​ການຕິດ​ຕໍ່​ພົວພັນ​ກັບ​ປາ​​ເລັສຕີນຢ່າງສະຫນິດ​ແຫນ້ນ​ໂດຍຕະຫຼອດ​,ການນ​ປະສານ​ງານ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ຝ່າຍ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະດວກ​ທີ່​ສຸດ


ວັນ​ທີ 17 ສິງຫາ,ທ່ານອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ກ່າວ​ວ່າ,ທ່ານ​ຈະ​ໃຊ້​ມາດ​ຕະການ​ປະຕິ​ຮູບ​ທີ່​ສຳຄັນ​ຕ່າງໆ​ຫຼັງ​ຈາກ​ອິສລາ​ແອນ​​​ຖອນ​ຫນີ​ທັງ​ຫມົດ,​ເພື່ອ​ຊຸກຍູ້​​ວຽກ​ງານ​ກໍ່ສ້າງເສດ​ຖະກິດ​ແລະຄວາມ​ປອດ​ໄພຄືນ​ໃຫມ່​ໃນ​ເຂດ​ທີ່​ອິສລາ​ແອນ​ຖອນອອກຢ່າງ​ແທ້​ຈິງ


ນອກ​ນີ້ ຂ່າວ​​ແຈ້ງວ່າ,ວັນ​ທີ 17 ສິງຫາ,ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ຍັງ​ໄດ້​ເກີດ​ເຫດການ​ລາຍ​ຫນຶ່ງ​ທີ່​ຊາວ​ຢິວອິສລາແອນ​ຍິງປືນ​ໃສ່​ຊາວ​ປາ​ເລັສຕີນ,​ເຮັດ​ໃຫ້ຊາວ​ປາລ​ເລັສຕີນ 3 ຄົນ​ເສຍ​ຊີວິດ,ສອງ​ຝ່າຍ​ອິສລາ​ແອນ​ປາ​ເລັສຕີນ​ແລະ​ອາ​ເມ​ລິ​ກາ​ຕ່າງໄດ້​ກ່າວ​ປະນາມ​​ເຫດການ​ດັ່ງກ່າວ