ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-19 16:19:08    
ທ່ານ​ອານ​ນານ​ຮຽກ​ຮ້ອງ​​ອິສ​ຣາ​ແອນ​ປາ​ເລັ​ສຕິນ​ຈົ່ງ​ຈັບ​ໂອກາດ​ເປີດ​ຂະ​ບວນ​ວິ​ວັດ​ສັນ​ຕິ​ພາບ​ຄືນ​ໃໝ່

cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 18 ສິງຫາ, ທ່ານ​ອານ​ນານ ​ເລຂາທິການ​​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼ​ງການ, ຮຽກຮ້ອງ​​​ອິສຣາ​ແອນ​​ແລະປາ​ເລັສຕິນຈົ່ງ​ຈັບ​ໂອກາດທີ່​ຝ່າຍ​ອິສຣາ​ແອນ​ປະຕິ​ບັດ​ການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​, ​ເປີດ​​ຂະ​ບວນ​ວິ​ວັດ​ສັນ​ຕິ​ພາບ​​ຕາ​ເວັນ​ອອກ​ກາງຄືນ​ໃໝ່.

ທ່ານ​ອານ​ນານ​ຍັງ​ໄດ້​ກ່າວ​ປະ​ນາມ​ເຫດ​ການ​ທີ່​ຊາວ​ຢີວຍິງ​​ສາມັນ​ຊົນ​ຊາວ​ປາ​ເລັສຕິນ 3 ຄົນ​ຕາຍໃນ​ວັນ​ທີ 17 ສິງຫາ. ທ່ານ​ຫວັງວ່າ​ໃນ​ໄລຍະ​ອິສຣາ​ແອນ​ປະຕິບັດ​ການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ນັ້ນ, ສອງ​ຝ່າຍ​ອິສ​ຣາ​ແອນ​ກັບປາ​ເລັສ​ຕິນ​ລ້ວນ​ແຕ່​ສາມາດ​ຮັກສາຄວາມ​ອົດ​ກັ້ນ, ທັງ​ຫວັງ​ໃຫ້​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນສາມາດ​ປົກຄອງ​ຕາມ​ກົດໝາຍ​​ຢູ່​ເຂດ​ກາ​ຊາ​ພາຍ​ຫຼັງ​ອິສຣາ​ແອນ​ຖອນ​ອອກ, ​ເພື່ອ​ສະ​ແດງ​ຄວາມ​ຕັດສິນ​ໃຈ​ທີ່ຊອກ​ຫາ​ສັນຕິພາບ​ແລະ​ຄວາມ​ປອດ​ໄພ​ຂອງ​ປາ​ເລັສຕິນ.