ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-19 18:58:35    
ທ່ານ​ປູ​ຕິນຮຽກຮ້ອງ​ໃຫ້​ກຳ​ນົດ​ຕາ​ລາງ​ເວລາ​ຖອນ​ກອງ​ທະ​ຫານ​ຕ່າງ​ປະ​ເທດ​ອອກ​ຈາກ​ອີຣັກ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 18 ສິງຫາ, ທ່ານ​ປູ​ຕິນ ປະທານາທິບໍດີ​ລັດ​ເຊຍ​ຊີ້​ອອກ​ວ່າ, ຕ້ອງກຳນົດ​ຕາລາງ​ເວລາ​ຖອນ​ກອງທະຫານຕ່າງປະ​ເທດ​ອອກ​ຈາກ​ອີຣັກ.

ມື້​ດຽວ​ກັນ, ຢູ່​ເມືອງ​ໂຊ​ຊີ ສະຖານ​ທີ່​ທ່ອງ​ທ່ຽວ​ຢູ່​ແຄມ​ທະ​ເລດຳ ພາຍຫລັງ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ອັບ​ດູ​ນລາ ​ເຈົ້າຊີວິດ​ຊອກ​ດາ​ນີທີ່​ໄປ​ຢ້ຽມຢາມ​ແລ້ວ, ທ່ານ​ປູ​ຕີນ​ກ່າວ​ວ່າ, ກຳນົດ​ຕາລາງ​ເວລາ​​ກອງ​ທະຫານ​ຕ່າງປະ​ເທດ​ຖອນ​ອອກ​ອີຣັກນັ້ນມີ​ຜົນ​ດີ​ດຶງ​ດູດ​ກຳລັງ​ຕໍ່ຕ້ານ​ອີຣັກສ່ວນ​ໜຶ່ງ​ເຂົ້າຮ່ວມ​ຂະ​ບວນວິວັດ​ສ້າງສາ​ປະ​ເທດ​.

ທ່ານ​ປູ​ຕີນ​ເຫັນ​ວ່າ, ການ​ສົນທະນາ​ທາງ​ການ​ເມື​ອງພາຍ​ໃນ​ປະ​ເທດ​ອີຣັກຄວນ​ຮັບ​ເອົາອົງການ​ຈັດຕັ້ງຊົນ​ເຜົ່າສາສະໜາ​ຕົ້ນຕໍ​ແລະ​ພັກ​ຝ່າຍ​ການ​ເມືອງ​ທັງ​ໝົດ, ​ອາ​ໃສ​ແຕ່​ກຳລັງ​ອາວຸດ​ຈະ​ລົບ​ລ້າງ​ລັດທິ​ກໍ່​ການ​ຮ້າຍບໍ່​ໄດ້.