|
 |
(GMT+08:00)
2005-08-25 10:11:53
|
ສະພາຄວາມໝັ້ນຄົງຊົມເຊີຍປາເລັດສຕີນກັບອີສຣາແອນປະຕິບັດແຜນການເຄື່ອນໄຫວແຕ່ຝ່າຍດຽວຢ່າງສະດວກ
cri
Author: min
ຕາມຂ່າວCRI: ວັນທີ 24 ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ອອກຖະແຫຼງການຂອງປະທານພາຍຫຼັງໄດ້ຈັດການເປິກສາຫາລືກັນແບບອັດປະຕູກ່ຽວກັບສະຖານະການຕາເວັນອອກກາງ, ຖະແຫຼງການໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອິສຣາແອນແລະປາເລັດສຕີນທີ່ໄດ້ຮ່ວມກັນທຳຄວາມພະຍາຍາມເພື່ອຮັບປະກັນໃຫ້ແຜນການເຄື່ອນໄຫວແຕ່ຝ່າຍດຽວດຳເນີນໄປຢ່າງສະດວກ.
ຖະແຫຼງການດັ່ງກ່າວເຊື່ອວ່າ ການປະຕິບັດແຜນການເຄື່ອນໄຫວແຕ່ຝ່າຍດຽວຢ່າງສະດວກແມ່ນບາດກ້າວທຳອິດທີ່ກ້າວໄປສູ່ຂະບວນການຟື້ນຟູສັນຕິ ພາບຢູ່ພາກພື້ນຕາເວັນອອກກາງ ຖະແຫຼງການຫວັງໃຫ້ສອງຝ່າຍສືບຕໍ່ຮັກສານ້ຳໃຈຮ່ວມມືແບບນີ້ ແລ້ວເຮັດໃຫ້ພາກພື້ນນີ້ມີປະເທດປາເລັດສຕີນທີ່ເປັນເອກກະລາດ ປະຊາທິປະໄຕ ອະທິປະໄຕຄົບຖ້ວນ ແລະຢູ່ຮ່ວມກັນໂດຍສັນຕິກັບອິສຣາແອນໃນທີ່ສຸດ.
|
|
|