ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-25 13:10:37    
ອົງ​ການ​ຈັດ​ຕັ້ງ​ການ​ເມືອງ​ນິ​ກາຍ​ຊຸນ​ນິດ​ອິ​ຣັກ​ບໍ່​ຮັບ​ຮອງ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ທາງ​ການ

cri

ຕາມ​ຂ່າວcri:ວັນ​ທີ24​ສິງ​ຫາ,ອົງ​ການ​ຈັດ​ຕັ້ງ​ການ​​ເມືອງ​ນິກາຍ​ຊຸນ​ນິດອິຣັກ​ໄດ້​ທະຍອຍ​ກັນ​ກ່າວ​ວ່າ,ບໍ່​ຮັບ​ຮອງ​ຮ່າງ​ລັດ​ຖະທຳ​ມະ​ນູນ​ທາງ​ການ​ທີ່ຄະນະ​ກຳມະການ​ຮ່າງ​ລັດ​ຖະທຳ​ມະ​ນູນ​ອີ​ຣັກ​ສະ​ເໜີ​ໃຫ້​ສະພາ​​ແຫ່ງ​ຊາດ​ຂ້າມ​ຜ່ານ.


ກອງປະ​ຊຸມ​ມະຫາ​ຊົນ​ນິກາຍ​ຊຸນ​ນິດ​ກ່າວ​ວ່າ,ຮ່າງ​ລັດຖະ​ທຳ​ມະນູນ​ດັ່ງ​ກ່າວ​ແມ່ນ​ຜົນ​ຂອງ​ການ​ປຶກ​ສາ​ຫາລື​ກັນ​ລະຫວ່າ​ວສະ​ຫະພັນ​ສາມັກ​ຄີ​ນິກາຍຊີ​ອິດແລະ​ສະຫະພັນຊາວ​ເຄີ​ດ.ສະພາ​ຜູ່​ອາວຸ​ໂຊ​ມຸສລີ​ມອົງ​ການ​ຈັດ​ຕັ້ງ​ສາສະ​ໜາ​ນິກາຍ​ຊຸນນິດ​ຮຽກ​ຮ້ອງ​ສະພາ​​ແຫ່ງ​ຊາດ​ຂ້າມ​ຜ່ານ,​ຢ່າ​ຂືນ​ຜ່ານ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ.

ມື້​ດຽວ​ກັນ,ຫຼັງ​ຈາກ​ທ່ານ​ທາລາ​ບາ​ນີປະ​ທານາ​ທິບໍ​ດີ​ລັດຖະບານ​ຂ້າມ​ຜ່ານ​ອິຣັກ​ໄດ້​ພົບ​ປະ​ທ່ານ​ຮັດ​ຊາ​ຊາງນີ​ຊາວມຸສ​ລີມນິ​ກາຍ​ຊຸນນິດ ປະທານ​ສະພາ​​ແຫ່ງ​ຊາດ​ຂ້າມ​ຜ່ານ​ແລ້ວ​,ທ່ານ​ກ່າວ​ວ່າ,ນິກາຍຊີ​ອິດ ນິກາຍ​ຊຸນນິດ​ແລະ​ຊາວເຄີ​ດມີ​ຫັຼກ​ໝັ້ນເປັນ​ເອ​ກະສັນ​ກັນ​ໃນ​ບັນ​ຫາ​ສຳ​ຄັນ,​​ແມ່ນ​ສິ່ງ​ສຳ​ຄັນທີ່​ສຸດ​ຕໍ່​ການ​ຮັກ​ສາ​ສະຖຽນ​ລະ​ພາບ​ຂອງ​ອິ​ຣັກ,ຝ່າຍ​ທີ່ກ່ຽວ​ຂ້ອງ​ຄວນ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ນິ​ກາຍ​ຊຸນ​ນິດ​ຕໍ່​ຮ່າງ​ລັດ​ຖະ​ທຳ​ມະ​ນູນ.