ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-25 17:29:59    
ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ​ຊົມ​ເຊີຍ​ປາ​ເລັສຕີນ​ກັບອີສຣາ​ແອນປະຕິບັດ​ແຜ​ນການ​​ເຄື່ອນ​​ໄຫວ​ແຕ່ຝ່າຍດຽວຢ່າງ​ສະດວກ

cri

ຕາມ​ຂ່າ​ວCRI: ວັນ​ທີ 24 ສິງຫາ,ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ຈັດການ​ເປິກສາຫາລື​ກັນ​ແບບອັດ​ປະຕູ​ກ່ຽວ​ກັບ​ສະຖານະ​ການ​​ຕາ​ເວັນ​ອອກ​ກາງ​ແລະໄດ້​ອອກ​ຖະ​ແຫຼງການ​ຂອງປະທານ​, ຖະ​ແຫຼງການ​ໄດ້ສະ​ແດງ​ຄວາມຍ້ອງຍໍຊົມເຊີຍ​ຕໍ່ອິສຣາ​ແອນ​​ແລະປາ​ເລັດສຕີນ​ທີ່​ໄດ້​ຮ່ວມ​ກັນທຳ​ຄວາມ​ພະຍາຍາມ​ເພື່ອ​ຮັບປະກັນ​ໃຫ້ແຜ​ນການ​​ເຄື່ອນ​​ໄຫວ​ແຕ່ຝ່າຍດຽວດຳ​ເນີນ​ໄປຢ່າງ​ສະດວກ.

ຖະ​ແຫຼງການ​ຫວັງ​​ໃຫ້​ສອງ​ຝ່າຍ​ສືບ​ຕໍ່ຮັກສາ​ນ້ຳ​ໃຈ​ຮ່ວມ​ມື​ຕໍ່​ໄປ ສ້າງປະ​ເທດ​ປາ​ເລັດສຕີນ​ທີ່​​ເປັນເອກ​ກະລາດ ​ປະຊາທິປະ​ໄຕ ມີອະທິປະ​ໄຕຄົບ​ຖ້ວນ ​ແລະຢູ່​ຮ່ວມ​ກັນໂດຍ​ສັນຕິ​ກັບ​ອິສຣາ​ແອນ​​​ໃນ​ພາກ​ພື້ນ​ນີ້ໃນ​ທີ່​ສຸດ.

ວັນ​ທີ 24 ສິງຫາ ຢູ່​​ໂຮ​ເມສ໌ ຈຸດ​ຕັ້ງ​ຖິ່ນ​ຖານ​ຂອງ​ຊາວ​ຢິວທີ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ ທ່ານ​ດານ ຮາ​ລຸ​ສ໌,​​ເສ​ນາ​ທິ​ການ​ສູງສຸດຂອງ​ກອງທັບ​ປ້ອງ​ກັນຊາ​ດອິສຣາ​ແອນ​ເວົ້າ​ວ່າ ທະຫານ​ອິສຣາ​ແອນ​ກະຈະ​ຖອນ​ອອກ​ຈາກ​ແຖບ​ກາຊາ​ທັງໝົດໃນ​ທ້າຍ​ເດືອນ​ກັນຍາ.

ນອກ​ນີ້ ຂ່າວ​ແຈ້ງວ່າ ວັນ​ທີ 24 ສິງຫາ ​ເຈົ້າ​ໜ້າ​ທີ່​ອິສຣາ​ແອນ​ປະກາດ​ວ່າ ອິສຣາ​ແອນ​ກັບ​ເອຢິບ​ໄດ້​​ເຊັນສັນຍາກັນ​ໃນ​ທີ່​ສຸດ​​ກ່ຽວ​ກັບ​ບັນຫາ​ຈັດ​ວາງ​​ທະຫານຢູ່​ເຂດ​ຊາຍ​ແດນ​ແຖບ​ກາຊາ.

​ມື້​ດຽວ​ກັນ ພາຍຫຼັງ​ທ່ານ​ອັບ​ບັສ ປະທານ​ອົງການ​ອຳນາດ​​ແຫ່ງ​ຊາດ​ປາ​ເລ​ສຕີນພົບ​ປະ​ທ່ານມູບາ​ລັກປະທານາທິບໍດີ​ເອຢິບ​ຢູ່​ເລີ​ແກ​ແລ້ວ,​ ​ທ່ານປະກາດ​ວ່າ ປາ​ເລ​ສຕີນ​ກັບ​ເອຢິບ​ຈະ​ພ້ອມ​ກັນ​ທຳ​ຄວາມ​ພະຍາຍາມແກ້​ໄຂ​ບັນຫາ​ດ່ານ​ຂ້າມຊາຍ​ແດນລະ ຫວ່າງ​ແຖບ​ກາຊາ​ກັບເອຢິບ.