ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-27 17:26:30    
ສະ​ຖານ​ທູດ​ຈີນ​ປະຈຳ​ຕ່າງ​ປະ​ເທດ​ແລະ​ຊາວ​ຈີນ​ຕ່າງ​ດ້າວ​ຢູ່​ພົ້ນ​ທະ​ເລ​ລະ​ລຶກ​ສົງ​ຄາມ​ຕໍ່​ຕ້ານ​​ຍີ່ປຸ່ນ​ໄດ້​ຮັບ​ໄຊ​ຊະ​ນະ​ຄົບ​ຮອບ 60 ປີ

cri Author: da
ຕາມ​ຂ່າວCRI: ​ໃນ​ຫຼາຍ​ມື້​ມາ​ນີ້, ສະຖານທູດ​ຈີນ​ປະຈຳ​ຕ່າງປະ​ເທດ​ແລະ​ຊາວ​ຈີນ​ຕ່າງ​ດ້າວ​ຢູ່​ພົ້ນທະ​ເລຕ່າງ​ໄດ້​ຈັດການ​ເຄື່ອນ​ໄຫວ​ດ້ວຍ​ຮູບ​ການ​ຕ່າງໆ,​ລະ​ລຶກສົງຄາມປະຊາຊົນ​ຈີນ​ຕໍ່ຕ້ານ​ຍີ່ປຸ່ນ​ແລະ​ສົງຄາມ​ໂລກ​ຕ້ານ​ຟັດ​ຊິດ​ໄດ້​ຮັບ​ໄຊຊະນະ​ຄົບຮອບ 60 ປີ.

ວັນ​ທີ 26 ສິງຫາ ຢູ່​ແບກ​ແລງ,ສະຖານທູດ​ຈີນ​ປະຈຳ​ເຢຍລະ​ມັນ​ໄດ້​ຈັດ​ງານ​ຊຸມນຸມ​.ທ່ານ​ເອກ​ອັກຄະ​ລັດຖະທູດ​ມາ​ຊັ້ນຢູງ​ເວົ້າວ່າ,ສົງຄາມ​ຈີນ​ຕໍ່ຕ້ານ​ຍີ່ປຸ່ນ​ໄດ້​ຮັບ​​ໄຊຊະນະ​ແມ່ນບາດ​ລ້ຽວສຳຄັນ​ທີ່​ປະຊາ​ຊາດ​ຈີນ​ຈາກ​ຄວາມ​ຊຸດ​ຮ້າຍ​ຫັນ​ໄປ​ສູ່​ຄວາມ​ຈະ​ເລີ​ນ,ຈີນ​ແມ່ນ​ກຳລັງ​ສຳຄັນ​ໃນ​ສົງຄາມ​ໂລກ​ຕ້ານ​ຟັດ​ຊິດ,ກໍ​ແມ່ນ​ກຳລັງ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ໂລກ​ດ້ວຍ​ສັນຕິ​ວິທີ.

ມື້​ດຽວ​ກັນ ຊາວ​ຈີນ​ຕ່າງ​ດ້າວ​​ແລະ​ຜູ້​ຊົງ​ຄຸນ​ວຸດ​ທິສັນຕິພາບຢູ່​ເຂດ​ກວັນ​ໄຊ​ຍີ່​ປຸ່ນ​ໄດ້​ຮ່ວມ​ກັນຈັດ​ງານ​ສົນທະນາ,ຮຽກຮ້ອງ​ຊາວ​ຈີນ​ຕ່າງ​ດ້າວ​ສາມັກຄີ​ກັນ,ຊຸກຍູ້​ການ​ໂຮມ​ຈີນ​ເຂົ້າ​ເປັນ​ເອກະ​ພາບ​ກັນ.

​ໃນ​ເວລາ​ຕ້ອນຮັບ​ການ​ສຳພາດ​ຂອງ​ສື່​ມວນ​ຊົນ ທ່ານ​ເສີງ​ໄຄ​ສີ່ ​ເລຂາທິການ​ໃຫຍ່​ສະມາຄົມ​ມິດຕະພາບ​ມາ​ເລ​ເຊຍ​ຈີນ​​ເວົ້າວ່າ,ປະ​ເທດ​ທີ່​ກ່ຽວຂ້ອງ​ຄວນ​ດຳ​ເນີນ​ວຽກ​ງານ​ເປີດ​ເຜີຍ​ຄວາມ​ຈິງທາງປະຫວັດສາດ​ໂດຍ​ໄວ,​ເພື່ອ​ກ່າວ​ຕິ​ໂຕ້​ການ​ກະທຳ​ທີ່​​​ເຈດ​ຕະນາ​ປະຕິ​ເສດບໍ່​ຮັບ​ຮູ້​ປະຫວັດການ​ຮຸກ​ຮານ​ແລະ​ເວົ້າຍ້ອມ​ສົງຄາມ.ທ່ານ​​ເວົ້າວ່າ,ຍີ່ປຸ່ນ​ເຄີຍ​ກໍ່​ສົງຄາມ​ຮຸກ​ຮານ ​ແຕ່​ຈົນ​ມາ​ຮອດ​ປະຈຸ​ບັນ​ຍັງ​ບໍ່​ສຳ​ຫຼວດຕົນ​ເອງ​ແລະ​ຂໍອະ​ໄພ​ໂທດ​ຢ່າງຈິງ​ຈັງ,ຄັນຊັ້ນ ກໍບໍ່​ມີ​ຄຸນ​ວຸດ​ທິ​ເປັນ​ປະ​ເທດ​ມົນຕີ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ.