ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-08-28 20:18:14    
ທ່ານ​ຄູ​ໄລ​ກ່າວ​ວ່າ ອິສ​ລະ​ແອນ​ເປີດ​ກວ້າງ​ສ້າງ​ຈຸດ​ຕັ້ງ​ຖິ່ນ​ຖານ​ຈະ​ເຮັດ​ໃຫ້​ເກີດ​ການ​ປະ​ທະ​ກັນ​ລະ​ຫວ່າງ​ປາ​ເລັສ​ຕີນ​ອິສລະ​ແອນ​ຮອບ​ໃໝ່

cri Author: da
ຕາມ​ຂ່າວ​CRI: ວັນ​ທີ 27 ສິງຫາ ຢູ່​ເມືອງ​ລາມາ​ລາ ທ່ານ​ຄູ​ໄລ ນາຍົກ​ລັດຖະ​ມົນຕີ​ລັດຖະ​ບານ​ປາ​ເລັສ​ຕິນ​ປົກ​ຄອງ​ຕົນ​ເອງ​ກ່າວ​ເຕືອນ​ວ່າ, ອິສລະ​ແອນ​ເປີດ​ກວ້າງ​ສ້າງ​ຈຸດ​ຕັ້ງ​ຖິ່ນ​ຖານ​ຢູ່​ຝັ່ງ​ຕ​າ​ເວັນ​ຕົກ​ແມ່​ນ້ຳຈໍ​ແດນ ອາດ​ຈະພາ​ໃຫ້​ເກີດ​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​ຮອບ​ໃໝ່ລະ​ຫວ່າງ​ປາ​ເລັສ​ຕີນ​ກັບ​ອິສລະ​ແອນ.

ທ່ານ​ຄູ​ໄລ​ເວົ້າ​ວ່າ,ປາ​ເລັສ​ຕີນ​ຮູ້ສຶກ​ວິຕົກ​ກັງ​ວົນ​ທີ່​ສຸດ​ຕໍ່​ອິສລະ​ແອນ​ເປີດ​ກວ້າງ​ສ້າງ​ຈຸດ​ຕັ້ງ​ຖິ່ນ​ຖານ​ຊາວ​ຢິວຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳຈໍ​ແດນ ​ໂດຍ​ສະ​ເພາະ​ແມ່ນ​ຢູ່ອ້ອມ​ຂ້າງ​ເຢລູ​ຊະ​ເລັມ,​ເຫັນ​ວ່າ ນີ້​ຈະ​ຫຼຸ​ດຄວາມ​ອາດສາ​ມາດ​ຂອງ​ການ​ສ້າງ​ຕັ້ງປະ​ເທດ​ປາ​ເລັສ​ຕີນ​.ທ່ານ​ເວົ້າ​ວ່າ​,ຝ່າຍ​ປາ​ເລັສ​ຕີນ​ເດັດ​ດ່ຽວ​ບໍ່​ຮັບ​ຮອງ​​ເອົາ​ໂຄງ​ຄວາມ​ຄຶດ​ການ​ສ້າງ​ປະ​ເທດ​ຢູ່​ແຖບ​ກາຊາ,​ແຖບ​ກາຊາ​ພຽງ​ແຕ່​ແມ່ນ​ພາກ​ສ່ວນ​ໜຶ່ງ​ທີ່​ຕັດ​ແຍກ​ອອກ​ບໍ່​ໄດ້ຂອງ​ປະ​ເທດ​ປາ​ເລັສ​ຕີນ​ທີ່​ເປັນ​ເອກະ​ລາດ​ໃນ​ອະນາຄົດ.