ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-06 15:01:23    
ຄະ​ນະ​ພັກ​ລັດ​ຖະ​ສະ​ພາ​ເອີ​ລົບ​ກັບ​ອົງ​ການ​ການ​ຄ້າ​ຕ່າງ​ປະ​ເທດ​ເຢຍ​ລະ​ມັນ​ຊົມ​ເຊີຍ​ຈີນ​ສະ​ຫະ​ພາບ​ເອີ​ລົບ​ກ້າວ​ເຖິງ​​ຂັ້ນ​ຕົກ​ລົງ​ກັນ​ກ່ຽວ​ກັບ​ບັນ​ຫາ​ສິ່ງ​ປັ່ນ​ທໍ​ຄ້າງ​ໄວ້​ຢູ່​ທ່າ​ກຳ​ປັ່ນ​ຕ່າງ​ໆ​ຂອງ​ເອີ​ລົບ

cri

ຕາມ​ຂ່າວcri:ວັນ​ທີ5​ກັນຍາ,ຄະນະ​ພັກ​ເສລີ​ປະ​ຊາ​ທິປະ​ໄຕ​ລັດຖະສະພາ​​ເອີ​ລົບ​ກັບ​ອົງ​ການ​ການ​ຄ້າ​ຕ່າງ​ປະ​ເທດ​ຕົ້ນ​ຕໍ​​ແຫ່ງ​ໜຶ່ງ​ຂອງ​ເຢຍລະ​ມັນ​ຕ່າງ​ໄດ້​ກ່າວ​ວ່າ,ຊົມ​ເຊີຍ​ຈີນ​ສະ​ຫະ​ພາບ​​ເອີ​ລົບ​ກ້າວ​ເຖິງ​ຕົກລົງ​ກັນ​ກ່ຽວ​ກັບສິ່ງ​ປັ່ນ​ທໍ​ຈີນ​ສົ່ງ​ຂາຍ​​ເອີ​ລົບ​ຄ້າງ​ໄວ້ຢູ່​​ດ່ານ​ພາສີ​ຕ່າງໆ​ຂອງ​ສະ​ຫະ​ພາບ​ເອີ​ລົບ.


 ທ່ານ​ວອດ​ຊົນ​ຜູ້ນຳ​ຄະນະ​ພັກ​​ເສລີປະຊາທິປະ​ໄຕ​ລັດຖະສະພາ​ເອີ​ລົບ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ,ຖ້າ​ເອີ​ລົບ​ຢາກ​ປິດ​ຕະ​ຫຼາດ​ຂອງ​ຕົນ,ກໍ່ບໍ່​ມີ​​ເຫດຜົນ​ຮຽກ​ຮ້ອງ​ຄູ່ການ​ຄ້າ​ອື່ນໆ​​ເປີດ​ຕະຫຼາດ​ຫຼາຍກວ່າ​ໃນ​ອົງການ​ການ​ຄ້າ​ໂລກ.ພ້ອມ​ກັນ​ນັ້ນ,ທ່ານ​ຫວັງ​ຈີນ​ກັບ​ເອີ​ລົບ​ພັດ​ທະນາ​ການ​ພົວພັນ​ຮອບດ້ານ​ກວ່າ​​ເກົ່າ.


ໃນ​ເວລາ​ກ່າວ​ຄຳປາໄສໃນມືດຽວກັນ, ​​ທ່ານ​ອັນ​ທົນ ​​ແບ​​ເນີ​ຫົວ​ໜ້າ​ສະຫະ​ພັນ​ຂາຍ​ຍົກ​ແລະ​ການ​ຄ້ານ​ຕ່າງ​ປະ​ເທດ​ເຢຍລະ​ມັນ ​ເຊິ່ງ​ເປັນ​ອົງການ​ການ​ຄ້າ​ຕົ້ນ​ຕໍ​ຂອງ​ເຢຍ​ລະ​ມັນເຫັນ​ວ່າ,ການຜ່ອນ​ສັ້ນ​ຜ່ອນ​ຍາວ​ຂອງ​ຈີນ​ເພື່ອ​ແກ້ໄຂ​ບັນຫາ​ເທື່ອ​ນີ້​ຢ່າງ​ເໝາະ​ສົມ​ເປັນໜ້າ​ເຄົາ​ລົບ.ທ່ານ​ຮຽກ​ຮ້ອງປະ​ເທດສະ​ມາ​ຊິກ​ສະຫະ​ພາບເອີ​ລົບ​ອະ​ນຸມັດ​ສັນ​ຍາສະ​ບັບນີ້​ທີ່​ຈີນ​ສະຫະ​ພາບ​ເອີລົບ​ກ້າວ​ເຖິງຂັ້ນ​ຕົກລົງ​ກັນໂດຍໄວ.