ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-07 18:19:48    
ປະທານາທິບໍດີ​ອີຣັກກ່າວ​ວ່າ, ທ່ານ​ຊັດ​ດາມ​ຮັບ​ສາລະ​ພາບ​ໂທດ​ແລ້ວ

cri Author: mo
ຂ່າວສານ​ຊີ​ນຮວາ​ລາຍ​ງານ​ວ່າ, ວັນ​ທີ 6 ກັນຍາ, ທ່ານທາລາ​ບາ​ນີ ປະທານາທິບໍດີ​ອີຣັກກ່າວ​ວ່າ, ທ່ານ​ຊັດ​ດາມ​ໄດ້​ຮັບຮູ້​ວ່າ, ​ໃນ​ໄລຍະ​ຄອງ​ອຳນາດ, ທ່ານ​ໄດ້​ຕ້ອງ​ໂທດ​ຂ້າ​ຄົນ​ແລະ​ໂທດ​ອື່ນໆ.

ໃນ​ເວລາ​​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ອີຣັກ​ໃນ​ມື້​ດຽວ​ກັນ, ທ່ານ​ທາລາ​ບາ​ນີກ່າວ​ວ່າ​, ຜູ້​ພິພາກສາ​ຜູ້​ໜຶ່ງ​ບອກ​ທ່ານ​ຮູ້​ວ່າ, ທ່ານຊັດ​ດາມ​ໄດ້​ຮັບສາລະພາບ​ວ່າ ທ່ານ​ເຄີຍ​ອອກ​ຄຳ​ສັ່ງ​​ປະຫານ​ຊີວິດ​ເປັນຕົ້ນ. ທ່ານ​ທາລາ​ບາ​ນີກ່າວ​ວ່າ, ທ່ານ​ຊັດ​ດາມ​ຄວນ​ຖືກ​ຍັກ​ຄໍ​ຕາຍ 20 ​ເທື່ອ​ຍ້ອນ​ໂທດ​ກຳ​ຂອງ​ຕົນ, ​ແຕ່​ທ່ານ​ກ່າວ​ລື້​ມວ່າ, ທ່ານ​ຈະ​ບໍ່​ເຊັນ​ຄຳ​ສັ່ງ​ປະຫານ​ຊີວິດ​.

ທ່ານທາລາ​ບາ​ນີກ່າວ​ເນັ້ນວ່າ, ກຳລັງ​ໜີບ​ທາງ​ການ​ເມືອງ​ບໍ່ຫ່ອນ​ຈະ​ມີ​ຜົນ​ສະທ້ອນ​ຫຍັງ​ຕໍ່​ການ​ຕັດສິນ​ຂອງ​ຜູ້​ພິພາກສາ, ທ່ານ​ເອງ​ກໍ​ບໍ່ຫ່ອນ​ຂັດ​ຂວາງການ​ຕົກລົງ​ຂອງ​ສານ.