ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-09 12:39:02    
ທ່ານ​ຫູ​ຈິນ​ທາວ​​ເດີນ​ທາງ​​ໄປ​ຮອດ​ອົດ​ຕາ​ວາ​ເລີ່ມ​ຢ້ຽມ​ຢາມ​ກາ​ນາ​ດາ

cri

ຕາມ​ຂ່າວcri:ວັນ​ທີ8​ກັນ​ຍາ,ທ່ານ​ຫູ​ຈິນ​ທາວ​ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີນ​ທາງ​ໄປ​ຮອດ​ອົດ​ຕາ​ວາ,​ເລີ່ມ​ຢ້ຽມ​ຢາມ​ກາ​ນາ​ດາ​ທາງ​ລັດ​ຖະກິດ.



ທ່ານຫູຈິນທາງໄປຢ້ຽມຢາມການາດາ


ເຈົ້າໜ້າທີ່ຊັ້ນສູງຂອງລັດຖະບານການາດາຕ້ອນຮັບທ່ານຫູຈິນທາວຢູ່ສະໜາມບິນ

ໃນ​​ເວລາ​ກ່າວ​ຄຳ​ປາ​ໄສ​ທີ່​ເປັນ​ລາຍ​ລັກ​ອັກສອນ​ຢູ່ສະ​ໜາມ​ບິນ,ທ່ານ​ຫູ​ຈິນທາວ​ກ່າວ​ວ່າ,ການ​ລົງ​ເລິກ​ແລະ​ເພີ່ມ​ຕື່ມ​​ເນື້ອ​ໃນ​ເຂົ້າ​ໃນ​ການ​ພົວ​ພັນ​ໝູ່​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະຫວ່າງ​ຈີນ​ກັບ​ກາ​ນາ​ດາ,​ແມ່ນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ,ມີ​ຜົນ​ດີ​ຊຸກ​ຍູ້​ພາກ​ພື້ນ​ແລະ​​ໂລກ​​ໃຫ້​ຈະ​ເລີນ​ແລະ​ພັດ​ທະ​ນາ.



ທ່ານຫູຈິນທາວພົບປະກັບທ່ານນາງໂຄລັກໂຕເຊີນ

ຕອນ​ບ່າຍ​ວັນ​ທີ8​ກັນຍາ​ເວລາ​ທ້ອງ​ຖິ່ນ,ທ່ານ​ຫູ​ຈິນ​ທາວ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ຕ້ອນ​ຮັບ​ອັນ​​​ຄຶກ​ຄື້ນ​ທີ່​ທ່ານ​ນາ​ງ​​ໂຄ​ລັກ​ໂຕ​ເຊີນ​ຂ້າ​ຫຼວງ​ໃຫຍ່​ກາ​ນາ​ດາ​ຈັດ​​ໃຫ້​ເພື່ອ​ຕ້ອນ​ຮັບ​ທ່ານ​ຫູ​ຈິນ​ທາວ​ຢ້ຽມ​ຢາມ​ກາ​ນາ​ດາ​ຄັ້ງ​ນີ້.


ໃນ​ພິທີ​ຕ້ອນ​ຮັບ,ທ່ານ​ຫູ​ຈີນ​ທາວ​ສຳ​ຫຼວດ​ແຖວ​ກອງກ​ຽດຕິ​ຍົດ​​ໃນ​ທ່າມ​ກາງ​ສຽງ​ປືນ​ກຽດ​ຕິ​ຍົດ21​ສຽງ.


ທ່ານຫູຈິນທາວປູກຕົ້ນໄມ້ມິດຕະພາບຢູ່ທຳນຽບຂ້າຫຼວງໃຫຍ່ການາດາ